ວັນທີ 10 ມັງກອນ 2024 ນີ້, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເຂດຈຸດສຸມພັດທະນາ ໂພນສະຫວາດ (516) ເມືອງລ້ອງຊານ ແຂວງໄຊສົມບູນ.
ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳໃຫ້ສືບຕໍ່ສຸມໃສ່ສ້າງບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ໄປຄຽງຄູ່ກັບການສົ່ງເສີມພໍ່ແມ່ປະຊາຊົນ ປູກຝັງ-ລ້ຽງສັດເພື່ອຜະລິດເປັນສິນຄ້າ ໃຫ້ເປັນຂະບວນການກວ້າງຂວາງຫລາຍຂຶ້ນ ໂດຍຫັນປ່ຽນຮູບແບບວີທິການຜະລິດໃຫ້ທັນສະໄໝ ທັງນໍາໃຊ້ທ່າແຮງບົ່ມຊ້ອນພາຍໃນຂົງເຂດຕົນ ໃຫ້ເກີດປະໂຫຍດສູງສຸດ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫລາດ ແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ ດ້ວຍການສົ່ງເສີມບັນດາກິດຈະກໍາອື່ນໆ.
ເຂດຈຸດສຸມພັດທະນາໂພນສະຫວາດ ເປັນເຂດທີ່ມີທ່າແຮງບົ່ມຊ້ອນໃນການພັດທະນາດ້ານກະສິກຳ ແລະ ການບໍລິການທ່ອງທ່ຽວ, ຜ່ານມາ ແຂວງໄຊສົມບູນ ກໍຄືເມືອງລ້ອງຊານ ໄດ້ສຸມກໍາລັງພະນັກງານ ແລະ ງົບປະມານ ເພື່ອການພັດທະນາຕາມທິດ 3 ສ້າງ ລົງສູ່ລວງເລິກ, ເລັ່ງໃສ່ສ້າງກຸ່ມບ້ານໃນເຂດໂພນສະຫວາດ ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຕາມ 14 ຕົວຊີ້ວັດ, ແຕ່ປີ 2014 ມາຮອດປັດຈຸບັນ ເຂດນີ້ໄດ້ຮັບໂຄງການລົງທຶນຂອງລັດ 16 ໂຄງການ, ລວມມູນຄ່າ 79.000 ຕື້ກວ່າກີບ, ໃນນັ້ນໂຄງການທີ່ແຂວງຄຸ້ມຄອງມີ 1 ໂຄງການ, ຄືໂຄງການນໍ້າປະປາ ຊຶ່ງກໍາລັງກໍ່ສ້າງ ມູນຄ່າ 32.000 ຕື້ກວ່າກີບ ແລະ ເມືອງຄຸ້ມຄອງ ມີ 15 ໂຄງການ, ມູນຄ່າ 47.000 ຕື້ກວ່າກີບ.