ກອງພັນໃຫຍ່ 279 ແມ່ນກົມກອງໜຶ່ງທີ່ເປັນກໍາລັງຫຼັກແຫຼ່ງຂອງກອງທັບປະຊາຊົນລາວ, ໂດຍເລີ່ມຕົ້ນເປັນໝວດ ເຊິ່ງກໍາເນີດມາຈາກກອງຮ້ອຍລົດ AM 01 ແລະ ໄດ້ຮັບການປະກາດຍົກລະດັບຈາກກອງພັນ 279 ເປັນກອງພັນໃຫຍ່ 279 ຢ່າງເປັນທາງການໃນວັນທີ 23 ເມສາ 2003 ຕາມຂໍ້ຕົກລົງສະບັບເລກທີ 544/ກປທ, ເຮັດໜ້າທີ່ເປັນກອງກຽດຕິຍົດ, ປ້ອງກັນການນຳພັກ-ລັດ, ປ້ອງກັນກິດຈະການສຳຄັນ, ປ້ອງກັນກອງປະຊຸມຕ່າງໆ ແລະ ເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຕາມຂອບເຂດກົມກອງຮັບຜິດຊອບ, ປະກອບສ່ວນອັນສໍາຄັນເຂົ້າໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.
ກອງພັນໃຫຍ່ 279 ແມ່ນກົມກອງໜຶ່ງທີ່ໄດ້ປະກອບສ່ວນເຂົ້າໃນການສະແດງຮັບໃຊ້ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຢູ່ທີ່ວິທະຍາຄານ ນາຍທະຫານບົກກົມມະດໍາ ພາຍຫຼັງໄດ້ຮັບແຈ້ງການຈາກ ກົມໃຫຍ່ເສນາທິການກອງທັບ; ຄະນະພັກ-ຄະນະບັນຊາ ໄດ້ເຫັນດີເປັນເອກະພາບ ໃນການສ້າງແຜນການອັນລະອຽດເພື່ອນໍາໄປຈັດຕັ້ງເຜີຍແຜ່ ໃຫ້ພະນັກງານ-ນັກຮົບ, ເຊິ່ງໃນການເຂົ້າຮ່ວມສະແດງຄັ້ງນີ້ ກອງພັນໃຫຍ່ 279 ໄດ້ຮັບມອບໝາຍ 2 ໜ້າທີ່ໃຫຍ່ຄື: ນໍາກໍາລັງແກ່ວົງກຽດຕີຍົດມາສະແດງລະບຽບຮູບແຖວບຸກຄົນເຄື່ອນທີ່ມີປືນປະສານກັບສຽງດົນຕີ, ສະແດງຮູບແຖວເຮັດເປັນຄື້ນທີ່ປະກອບອາວຸດ; ນໍາກໍາລັງເຈົ້າໜ້າທີ່ ສາລະວັດທະຫານເຂົ້າມາເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍໃນຂອບເຂດຈັດງານ.
ຂ່າວ: ໜັງສືພິມກອງທັບ