ນາຍົກ ສະເໜີໃຫ້ເອົາໃຈໃສ່ບາງບັນຫາ ເພື່ອສ້າງບາດກ້າວໃໝ່ ແຫ່ງການຫັນເປັນດິຈິຕ໋ອນຂອງປະເທດເຮົາ

ໃນໂອກາດ ເຂົ້າຮ່ວມເປີດງານສັບປະດາດິຈິຕ໋ອນ 2024 ພາຍໃຕ້ ຄໍາຂວັນ “ຫັນເປັນດິຈິຕ໋ອນ ເພື່ອຫັນປ່ຽນ ການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ແລະ ເພີ່ມທະວີການເຊື່ອມຈອດຢ່າງແຂງແຮງ” ແຕ່ວັນທີ 10 – 14 ມັງກອນ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນວ່າ: ປັດຈຸບັນນີ້, ການຫັນເປັນດິຈິຕ໋ອນ ກຳລັງເປັນຂະບວນການກວ້າງຂວາງ ແລະ ຂະຫຍາຍຕົວຢ່າງແຂງແຮງ ໃນທົ່ວໂລກ, ບັນດາປະເທດຕ່າງໆລ້ວນແຕ່ໄດ້ຖືເອົາວຽກງານຫັນເປັນດິຈິຕ໋ອນເປັນພື້ນຖານສຳຄັນຂອງການພັດທະນາ ໂດຍກຳນົດຍຸດທະສາດ ໃນການຫັນເປັນດິຈິຕ໋ອນ ເປັນແຜນບູລິມະສິດ, ເພື່ອນຳເອົາເຕັກໂນໂລຊີດິຈິຕ໋ອນ ເຂົ້າແກ້ໄຂບັນຫາ, ຂໍ້ຄົງຄ້າງ ແລະ ສ້າງກາລະໂອກາດໃໝ່ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຕົນ.
ເພື່ອເນັ້ນໜັກ ເຖິງຄວາມສຳຄັນ ແລະ ຊຸກຍູ້ສົ່ງເສີມການຫັນເປັນທັນສະໄໝ ໃນການຄຸ້ມຄອງລັດ, ເສດຖະກິດ ແລະ ສັງຄົມໃຫ້ເປັນດິຈິຕ໋ອນ; ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີ ຮັບຮອງເອົາ ວັນທີ 10 ມັງກອນ (ຊຶ່ງເປັນເລກລະຫັດດິຈິຕ໋ອນ ແມ່ນ 10-01 ໜຶ່ງສູນ-ສູນໜຶ່ງ) ເປັນວັນດິຈິຕ໋ອນແຫ່ງຊາດ ເພື່ອສ້າງບາດກ້າວໃໝ່ ແຫ່ງການຫັນເປັນດິຈີຕອນ ຂອງປະເທດເຮົາ.
ພ້ອມນີ້ທ່ານໄດ້ສະເໜີບາງບັນຫາສຳຄັນ ເປັນຕົ້ນໃຫ້ທົ່ວສັງຄົມພວກເຮົາຈົ່ງບຸກທະລຸທາງດ້ານຈິນຕະນາການ ເພື່ອສ້າງຄວາມສຳນຶກເປັນເອກະພາບກັນໃນການຫັນເປັນດິຈິຕ໋ອນຂອງປະເທດເຮົາ, ເສີມຂະຫຍາຍບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງລັດ. ປູກຈິດສຳນຶກໃຫ້ແກ່ ຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນໃຫ້ເຫັນໄດ້ຄວາມສຳຄັນອັນຮີບດ່ວນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນການຫັນເປັນດິຈິຕ໋ອນ, ໂດຍຖືເອົາວຽກງານດັ່ງກ່າວ ເປັນວຽກງານຈຸດສຸມເຊື່ອມໂຍງກັບບັນດາເປົ້າໝາຍ ຂອງການພັດທະນາເສດຖະກິດ-ສັງຄົມ; ສ້າງແຜນພັດທະນາ ແລະ ນິຕິກຳ ເພື່ອຊຸກຍູ້ການຫັນເປັນດິຈິຕ໋ອນ ໂດຍໃຫ້ທຸກຂະແໜງການ ແລະ ການປົກຄອງທ້ອງຖິ່ນ ຕ້ອງມີແຜນພັດທະນາ ການຫັນເປັນດິຈິຕ໋ອນຂອງຕົນ ທັງໄລຍະສັ້ນ ແລະ ໄລຍະຍາວ ໂດຍສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ທີ່ສະພາແຫ່ງຊາດຮັບຮອງ, ເອົາໃຈໃສ່ການນຳໃຊ້ເຕັກໂນໂລຊີດິຈີຕ໋ອນ ເພື່ອອຳນວຍຄວາມສະດວກໃນການບໍລິຫານ ແລະ ການບໍລິການຂອງລັດ ໃຫ້ແກ່ພາກທຸລະກິດ ແລະ ປະຊາຊົນ. ຈັດຕັ້ງຜັນຂະຫຍາຍ ບັນດານິຕິກຳ ທີ່ຊຸກຍູ້ສົ່ງເສີມການຫັນເປັນດິຈິຕ໋ອນ ໃຫ້ເປັນເອກະພາບ ແລະ ເຂັ້ມງວດ. ສ້າງຕົວຊີ້ວັດການພັດທະນາດິຈິຕ໋ອນໃຫ້ເປັນເອກະພາບໃນທົ່ວປະເທດ ແລະ ຍົກສູງຄວາມເປັນເຈົ້າການຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນໃນການຫັນເປັນດິຈິຕ໋ອນ; ສຸມໃສ່ການພັດທະນາ ແລະ ຍົກລະດັບ ບຸກຄະລາກອນ ໃຫ້ມີຄວາມສາມາດຮອງຮັບການຫັນເປັນ ດິຈິຕ໋ອນ ໂດຍເລີ່ມຈາກພະນັກງານການນຳ ທຸກຂັ້ນ, ສ້າງກົນໄກ ແລະ ເງື່ອນໄຂໃຫ້ແກ່ພະ ນັກງານ ໃນການປະຕິບັດວຽກງານຫັນເປັນດິຈິຕ໋ອນ ໂດຍບໍ່ຈຳກັດຂອບເຂດສະຖານທີ່ເຮັດວຽກແຕ່ໃຫ້ຮັບປະກັນຄຸນນະພາບຂອງວຽກງານແນໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍບໍລິຫານຟຸ່ມເຟືອຍ, ຫຼຸດຜ່ອນການໃຊ້ເຈ້ຍແບບດ່ັງເດີມ ແລະ ຫັນປ່ຽນໄປສູ່ການດຳເນີນງານຮູບແບບລັດຖະບານດິຈິຕ໋ອນ.
ເອົາໃຈໃສ່ປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງ ເພື່ອຮອງຮັບການຫັນເປັນດິຈິຕ໋ອນໃນຂອບເຂດທົ່ວປະເທດ. ພັດທະນາຖານຂໍ້ມູນໃຫຍ່, ກຸ່ມຂໍ້ມູນຜູກພັນ ແລະ ລະບົບຖານພລັດຟອມ ແລະ ແອັບພລິເຄຊັນຕ່າງໆ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາຢ່າງເປັນເຈົ້າການ, ຮັບປະກັນຄວາມປອດໄພໄຊເບີ ເພື່ອໃຫ້ຜູ້ຊົມໃຊ້ມີຄວາມໝັ້ນໃຈໃນການຫັນເປັນດິຈິຕ໋ອນບົນພື້ນຖານ 3 ເສົາຄ້ຳຄື: ສ້າງການບໍລິຫານລັດດິຈິຕ໋ອນ, ສ້າງເສດຖະກິດດິຈິຕ໋ອນ ແລະ ພັດທະນາສັງຄົມດິຈິຕ໋ອນຢ່າງໜັກແໜ້ນ ແລະ ອັນສຸດທ້າຍ ແມ່ນໃຫ້ ເປີດກວ້າງໃນການຮ່ວມມື ແລະ ເຊື່ອມໂຍງທັງພາຍໃນ ແລະ ຕ່າງປະເທດເອົາໃຈໃສ່ສົ່ງເສີມ ແລະ ຂະຫຍາຍການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ບັນດາປະເທດ ASEAN ເພື່ອຊຸກຍູ້ການຫັນເປັນດິຈິຕ໋ອນ ຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ໂຄງການຫັນເປັນດິຈິຕ໋ອນ ໂດຍຄັດຈ້ອນເອົາຄູ່ຮ່ວມມືທີ່ມີປະສົບການ, ມີສັກກະຍາພາບ ແລະ ຮັບປະກັນຄວາມປອດໄພໄຊເບີ ແລະ ຄວາມໝັ້ນຄົງຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຕິດຕາມ, ກວດກາ, ປະເມີນຜົນບັນດາໂຄງການ ໃຫ້ມີຄວາມປະຢັດ, ມີປະສິດທິພາບ ປະສິດທິຜົນ ແລະ ຫຼີກລ້ຽງການລົງທຶນຊ້ຳຊ້ອນ. ຍາດແຍ່ງເອົາບົດຮຽນ, ຄວາມຮູ້ ແລະ ການລົງທຶນ ມາພັດທະນາການຫັນເປັນດິຈິຕ໋ອນ ຂອງ ສປປ ລາວ. ດຶງດູດ ແລະ ຍາດແຍ່ງການຊ່ວຍເຫຼືອ ແລະ ການລົງທຶນ ຈາກຕ່າງປະເທດຢ່າງມີປະສິດທິພາບ ເພື່ອສະໜັບສະໜູນການຄົ້ນຄ້ວາ ເຕັກໂນໂລຊີ-ນະວັດຕະກຳອັນໃໝ່ແກ່ ສປປ ລາວ.

