ຄະນະນຳແຂວງອັດຕະປື ຕ້ອງເຂັ້ມງວດຕໍ່ການລັກລອບຂຸດຄົ້ນແຮ່ທາດຕ່າງໆ

ໃນເວລາໂອ້ລົມພະນັກງານຫລັກແຫລ່ງ ແຂວງອັດຕະປືວັນທີ 10 ມັງກອນ 2024 ນີ້, ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ໄດ້ ເນັ້ນໃຫ້ເພີ່ມທະວີເອົາໃຈໃສ່ວຽກເສດຖະກິດ-ການເງິນ ໂດຍອີງໃສ່ສະພາບການໃນປັດຈຸບັນເຫັນວ່າມີການເໜັງຕີງຢ່າງໜັກໜ່ວງ, ເຊິ່ງສົ່ງຜົນກະທົບໂດຍກົງ ແລະ ກໍໃຫ້ເກີດເປັນພາວະເງິນເຟີ້ ແລະ ອັດຕາແລກປ່ຽນເງິນຕາຕ່າງປະເທດມີທ່າທີເພີ່ມຂຶ້ນສູງ. ດັ່ງນັ້ນ ຕ້ອງໄດ້ຫລຸດຜ່ອນການນຳເຂົ້າສິນຄ້າທີ່ບໍ່ຈຳເປັນຈາກພາຍນອກ, ຕ້ອງໄດ້ຊອກຫາວິທີເພື່ອສົ່ງເສີມຢ່າງໃກ້ຊິດຕິດແທດໃຫ້ປະຊາຊົນຫັນມາເຮັດການຜະລິດກະສິກຳຕ່າງໆ ເພື່ອຕອບສະໜອງພາຍໃນແຂວງ ແລະ ເປັນການຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນທົ່ວສັງຄົມເຊັ່ນ: ບັນຫາຢາເສບຕິດ, ການຂີ້ລັກງັດແງະ, ອຸບັດຕິເຫດທີ່ເກີດຂຶ້ນ ແລະ ອີກປະກົດການຫຍໍ້ທໍ້ອື່ນໆ ຄະນະພັກຄະນະນຳແຕ່ລະຂັ້ນ ຕ້ອງໄດ້ເອົາໃຈໃສ່ເພີ່ມທະວີການເຊື່ອຊືມຕໍ່ພະນັກງານແຕ່ລະຂັ້ນ, ກຳລັງ ປກຊ-ປກສ ກໍຕ້ອງໄດ້ລົງເລິກເຂັ້ມງວດ ໃນການຈັດຕັ້ງປະຕິບັດຄວາມຮັບຜິດຊອບຂອງຕົນຢ່າງຕັ້ງໜ້າ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆນັ້ນໃຫ້ຫລຸດໜ້ອຍຖອຍລົງ, ວຽກງານສິ່ງແວດລ້ອມເຊັ່ນການຂຸດຄົ້ນແຮ່ທາດຕ່າງໆ, ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຕໍ່ສັງຄົມ ຕ້ອງໄດ້ເອົາໃຈໃສ່ກວດກາຢ່າງເຂັ້ມງວດຕໍ່ກັບການລັກລອບຂຸດຄົ້ນແຮ່ທາດຕ່າງໆ, ຕ້ອງໄດ້ຢຸດຕິການຂຸດຄົນແຮ່ທາດທີ່ບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ແລະ ການລັກລອບຂຸດຄົ້ນປ່າໄມ້ ແມ່ນຕ້ອງໄດ້ຕິດຕາມກວດກາ, ສະກັດກັ້ນຢ່າງເຂັ້ມງວດ ແລະ ສິ່ງສຳຄັນທີ່ສຸດໃຫ້ເພີ່ມທະວີເອົາໃຈໃສ່ວຽກງານກວດກາໃນທຸກຂົງເຂດ ແລະ ທຸກຂັ້ນ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບສູງ, ຍົກສູງພາລະບົດບາດ ແລະ ພື້ນພູວຽກງານກວດກາພັກ-ກວດກາລັດໃນຂົງເຂດກົງຈັກການຈັດຕັ້ງພັກ-ລັດ ທຸກຂົງເຂດ ແລະ ທຸກຂັ້ນ ເພື່ອສ້າງຄວາມຫັນປ່ຽນຢ່າງບຸກທະລຸຮອບດ້ານ.