ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານສະພາບອາກາດ ເຊົ້າວັນທີ 10 ມັງກອນ 2024 ວ່າ: ຄວາມກົດດັນສູງຂອງ ອາກາດເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງ ປານກາງ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດ ໃຫ້ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າຢູ່ໃນ ແຕ່ລະພາກ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ເປັນບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ.
ສໍາລັບນະຄອນຫລວງວຽງຈັນ ອາກາດຈະເຢັນໃນຕອນເຊົ້າ ພ້ອມມີ ໝອກບາງປົກຫຸ້ມ ແລະ ຕອນບ່າຍອາກາດຮ້ອນ. ອຸນຫະພູມໃນລະຫວ່າງ 20-31 ອົງສາ.