ຮອງລັດຖະມົນຕີ ຖວທ ພ້ອມຄະນະ ເຂົ້າພົບປະເຈົ້າແຂວງຈຳປາສັກ ໃນໂອກາດລົງເຄື່ອນໄຫວວຽກ

ວັນທີ 9 ມັງກອນ 2024, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ເຂົ້າພົບປະ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໃນໂອກາດມາເຄື່ອນໄຫວວຽກງານທີ່ແຂວງຈຳປາສັກ.
ທ່ານ ເຈົ້າແຂວງຈຳປາສັກ ໄດ້ກ່າວສະແດງການຕ້ອນຮັບ ແລະ ຊົມເຊີຍ ທ່ານຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມຄະນະ ທີ່ເອົາໃຈໃສ່ ຊຸກຍູ້ ຊີ້ນຳວຽກງານ ຖວທ ຢູ່ແຂວງຈຳປາສັກ, ພັດທະນາ ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມເພື່ອການພັດທະນາສີຂຽວໃນ ສປປ ລາວ ກໍຄື ແຂວງຈຳປາສັກ. ພ້ອມທັງເວົ້າໃຫ້ຮູ້ກ່ຽວກັບວຽກງານ ກະກຽມຈັດກິດຈະກຳປີທ່ອງທ່ຽວລາວ 2024, ສະແດງຄວາມຂອບໃຈ ຄະນະນຳ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ ຊີ້ນໍາຢ່າງໃກ້ຊິດ ໂດຍສະເພາະ ການຍາດແຍ່ງເອົາທຶນຊ່ວຍເຫຼືອຈາກຕ່າງປະເທດ ໂຄງການປັບປຸງເສັ້ນທາງ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວຢູ່ ບ້ານນາກະສັງ, ບ້ານດອນເດດ ແລະ ບ້ານດອນຄອນ ເມືອງໂຂງ; ບັນດາໂຄງການການຊ່ວຍເຫຼືອ ທາງດ້ານວັດທະນະທຳ ,ການພັດທະນາພື້ນຖານການບໍລິການ ການທ່ອງທ່ຽວ ແລະ ການປັບປຸງ ການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ຢູ່ແຂວງຈຳປາສັກ.
ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ໄດ້ແຈ້ງຈຸດປະສົງຂອງການມາເຄື່ອນໄຫວວຽກງານ ເທື່ອນີ້ ເພື່ອ ແນະນໍາການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງ ມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມເພື່ອການພັດທະນາສີຂຽວໃນ ສປປ ລາວ, ຈັດຂື້ນທີ່ ແຂວງຈຳປາສັກ ເຊິ່ງຈຸດປະສົງຫຼັກຂອງໂຄງການນີ້ ກໍ່ແມ່ນເພື່ອຊ່ວຍສະໜັບສະໜູນ ແລະ ສົ່ງເສີມໃຫ້ ບັນດາສື່ມວນຊົນຂອງລັດ ແລະ ສື່ພາກສັງຄົມທີ່ໄດ້ລົງທະບຽນຖືກຕ້ອງຕາມກົດໝາຍ ຢູ່ສປປ ລາວ ໃຫ້ໄດ້ຮັບການຍົກລະດັບທັກສະທາງດ້ານວິຊາຊີບ ກໍ່ຄື ລະບຽບກົດໝາຍ, ຫຼັກນິຕິກຳ ແລະ ຫຼັກຈັນຍາບັນດ້ານສື່ມວນຊົນ, ລວມທັງ ວິທີການນໍາໃຊ້ເຕັກໂນໂລຊີສື່ ແບບດີຈິຕອນ ແລະ ສື່ແບບໃໝ່ ຢ່າງສ້າງສັນ ໂດຍໄດ້ມອບໃຫ້ ກົມສື່ມວນຊົນເປັນຜູ້ລົງເລີກຊີ້ນໍາໂດຍກົງ, ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈະເປັນຜູ້ ຈັດຕັ້ງປະຕິບັດຕົວຈິງ ຮ່ວມກັບ ອົງການແຄຣ໌ ນານາຊາດ ປະຈຳລາວ ໂດຍຈະສຸມ ໃສ່ພື້ນທີ່ເປົ້າໝາຍຢູ່ 3 ແຂວງ ໃນລາວ ຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈຳປາສັກ, ພາຍໃຕ້ທຶນສະໜັບສະໜູນຈາກສະຫະພາບເອີຣົບ ເປັນໄລຍະເວລາ 4 ປີ (2023-2027).

