ລາວ-ຫວຽດນາມ ຮ່ວມກັນລົງນາມຮັບຮອງຂໍ້ຕົກລົງ ວ່າດ້ວຍ ແຜນການຮ່ວມມື ປະຈໍາປີ 2024

ກອງປະຊຸມຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 46 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 7 ມັງກອນ 2024 ທີ່ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ, ເປັນປະທານຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.
ກອງປະຊຸມ ໄດ້ສະຫລຸບຕີລາຄາການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ປະຈໍາປີ 2023 ລະຫວ່າງ ລັດຖະບານທັງສອງປະເທດໃນປີ 2023 ແລະ ທິດທາງການຮ່ວມມື ປະຈໍາປີ 2024, ແລກປ່ຽນເນື້ອໃນຫລາຍຢ່າງທີ່ເລິກເຊິ່ງ, ກົງໄປກົງມາ ດ້ວຍໄມຕິີຈິດມິດຕະພາບ, ບົນຈິດໃຈຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ໃນໜຶ່ງປີຜ່ານມາ ສອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ເອົາໃຈໃສ່ຕິດຕາມການຈັດ ຕັ້ງປະຕິບັດຂໍ້ຕົກລົງ ຂອງບັນດາກະຊວງຂະແໜງການ ລວມທັງຢູ່ສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນແມ່ນ ການພົວພັນຮ່ວມມືດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດ ຖະກິດ ແລະ ດ້ານການສຶກສາ, ພັດທະນາຊັບພະຍາກອນມະນຸດ ແລະ ຂົງເຂດ ອື່ນໆ, ສອງຝ່າຍເຫັນດີຮ່ວມມືກ່ຽວກັບດ້ານການເຊື່ອມໂຍງ-ເຊື່ອມຈອດທາງດ້ານຄົມມະນາຄົມ, ດ້ານພະລັງງານໄຟຟ້າ ແລະ ດ້ານການສຶກສາ ຍັງສືບຕໍ່ເປັນວຽກບູລິມະສິດໃນການຮ່ວມມືຂອງສອງປະເທດ ທີ່ຈະເປັນກໍາລັງຍູ້ໜູນການພັດທະນາສ້າງສາເສດຖະກິດ-ສັງຄົມຂອງສອງປະເທດ ເພື່ອໃຫ້ຄຽງຄູ່ກັບການພົວພັນທາງດ້ານການເມືອງ, ຄວາມໝັ້ນຄົງ ແລະ ການຕ່າງປະເທດທີ່ດີເລີດຂອງສອງປະເທດ.
ສອງຝ່າຍໄດ້ລົງນາມຮັບຮອງຂໍ້ຕົກລົງ ວ່າດ້ວຍ ແຜນການຮ່ວມມື ປະຈໍາປີ 2024 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ. ສໍາລັບທິດທາງແຜນການຮ່ວມມື ປະຈໍາປີ 2024, ນາຍົກລັດຖະມົນຕີ ຂອງສອງປະເທດ ໄດ້ເນັ້ນໃຫ້ກະຊວງຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ສືບຕໍ່ຢຶດໝັ້ນ ແລະ ຈັດຕັ້ງຜັນຂະຫຍາຍ ແຜນຍຸດທະສາດການຮ່ວມມື ຂອງສອງປະເທດ ໄລຍະ 2021-2030, ສັນຍາ ວ່າດ້ວຍ ແຜນການຮ່ວມມື ໄລຍະປີ 2021-2025, ແຜນການຮ່ວມມື ປະຈໍາປີ 2024 ກໍຄືບັນດາຂໍ້ຕົກລົງຕ່າງໆທີ່ກ່ຽວຂ້ອງ ແລະ ຜົນຂອງການຢ້ຽມຢາມ ຂອງການນໍາຂັ້ນສູງທັງສູນກາງ ແລະ ທ້ອງຖິ່ນ ໃຫ້ເກີດດອກອອກຜົນ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ສອງຝ່າຍໄດ້ຢັ້ງຢືນ ທີ່ຈະໃຫ້ການຮ່ວມມືກັນ ໃນຂອບການຮ່ວມມືພາກພື້ນ ແລະ ສາກົນ ກໍຄືການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.
ຂ່າວ-ພາບ: ກະຊວງການຕ່າງປະເທດ

