34 ປີ ແຫ່ງການ ເຕີບໃຫຍ່ ຂະຫຍາຍຕົວ ຂອງອົງການໄອຍະການປະຊາຊົນ

ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີຄຳເຫັນເນື່ອງໃນ ວັນສ້າງຕັ້ງອົງການໄອຍະການປະຊາຊົນຄົບຮອບ 34 ປີ (ວັນທີ 9 ມັງກອນ 1990- ວັນທີ 9 ມັງກອນ 2024) , ໂດຍທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການໄອຍະການປະຊາຊົນ.

ໃນວັນທີ 2 ພະຈິກ 1989 ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ຮັບຮອງເອົາກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ສະບັບທຳອິດ ແລະ ປະ ກາດໃຊ້ ໂດຍດຳລັດຂອງປະທານປະເທດ ເລກທີ 05/ປປທ, ລົງວັນທີ 9 ມັງກອນ 1990 ແລະ ໄດ້ກຳນົດເອົາວັນດັ່ງກ່າວ ເປັນວັນສ້າງຕັ້ງອົງການໄອຍະການປະຊາຊົນ ເອກະລາດ ສາມາດເຄື່ອນໄຫວ ແລະ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ. ນັບແຕ່ ໄດ້ຮັບການສ້າງຕັ້ງ ອົງການໄອຍະການປະຊາຊົນ ໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມລັດຖະທຳມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ.

ຕະຫລອດໄລຍະ 34 ປີ ຜ່ານມາ, ອົງການໄອຍະການປະຊາຊົນ ໄດ້ເຕີບໃຫຍ່ ເຂັ້ມແຂງ ຮອບດ້ານ, ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນການຕິດຕາມກວດກາການປະຕິບັດກົດໝາຍຂອງທົ່ວສັງຄົມ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕາມລັດຖະທຳມະນູນ ແລະ ກົດໝາຍ ຢ່າງສັກສິດ, ປະກອບສ່ວນເຮັດໃຫ້ສັງຄົມ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ທໍາມາຫາກິນ, ດໍາລົງຊີວິດຢ່າງຜາສຸກ, ປະເທດຊາດ ໄດ້ຮັບການພັດທະນາທາງດ້ານເສດຖະກິດ-ສັງຄົມ ຂະຫຍາຍຕົວ ແລະ ຈະເລີນຮຸ່ງເຮືອງ ຢ່າງບໍ່ຢຸດຢັ້ງ.

ມາຮອດປັດຈຸບັນ, ອົງການໄອຍະການປະຊາຊົນ ປະກອບດ້ວຍ ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນ 3 ພາກ, ອົງການໄອຍະການປະຊາຊົນແຂວງ 17 ແຂວງ, 1 ນະຄອນ ຫລວງວຽງຈັນ, ອົງການໄອຍະການປະຊາຊົນເຂດ 46 ເຂດ ແລະ ຫ້ອງການອົງການໄອຍະການປະຊາຊົນເຂດປະຈໍາເມືອງ ມີ 13 ເມືອງ ໃນຂອບເຂດທົ່ວປະເທດ ແລະ ອົງການໄອຍະການທະຫານ ປະກອບດ້ວຍ ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການທະຫານພາກ, ອົງການໄອຍະການທະຫານແຂວງ-ນະຄອນຫລວງ ເຊິ່ງປະຕິບັດໜ້າທີ່ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃນທົ່ວກອງທັບ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕາມກົດໝາຍ.

ການສ້າງຕັ້ງອົງການໄອຍະການປະຊາຊົນ ໄດ້ປະກອບສ່ວນເຮັດໃຫ້ປະເທດເຮົາ ມີຄວາມໝັ້ນຄົງທາງດ້ານການເມືອງ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ ໄດ້ຮັບການພັດທະນາຂະຫຍາຍຕົວຕໍ່ເນື່ອງ ໂດຍດີຕະຫລອດມາ, ເຮັດໃຫ້ການແກ້ໄຂຂໍ້ຂັດແຍ່ງ ຖືກຕ້ອງ ເປັນທຳ, ສັກສິດ, ສົມເປັນກຳລັງແຮງຂອງພັກ. ລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນ ໄດ້ຮັບການປັບ ປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ເປັນກ້າວໆ ແລະ ຮັດກຸມກວ່າເກົ່າ; ຮັບປະກັນໄດ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເປັນຢ່າງດີ; ຖັນແຖວພະນັກງານໄອຍະການ ສ່ວນຫລາຍ ໄດ້ຮັບການກໍ່ສ້າງ-ບຳລຸງຍົກລະດັບທາງດ້ານຄຸນທາດການເມືອງ ແລະ ວິຊາສະເພາະ, ມີທັດສະນະຫລັກໝັ້ນການເມືອງ, ມີຄຸນສົມບັດສິນທຳປະຕິວັດຮັບໃຊ້ປະຊາຊົນ ແລະ ຄູ່ຄວາມ ດ້ວຍຄວາມໂປ່ງໃສ, ຍຸຕິທຳ, ມີຈິດໃຈສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ເຮັດລ້ອນໜ້າທີ່ອັນໜັກໜ່ວງ, ສັບສົນ ເປັນຢ່າງດີ, ປະ ກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ນັບມື້ມີຄວາມສັກສິດ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາ ຕາມແນວທາງຂອງພັກທີ່ວາງໄວ້ຢ່າງບໍ່ຢຸດຢັ້ງ.

ທ່ານ ຄຳເພັດ ສົມວໍລະຈິດ ກ່າວອີກວ່າ: ເພື່ອໃຫ້ອົງການໄອຍະການປະຊາຊົນ ສືບຕໍ່ເຕີບໃຫຍ່ ເຂັ້ມແຂງ, ຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມລັດຖະທຳມະນູນ ແລະ ກົດໝາຍນັ້ນ ໃນຕໍ່ໜ້ານີ້ ຈະສຸມໃສ່ບາງວຽກງານບູລິມະສິດ ເປັນຕົ້ນ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດຂອງສະມາຊິກພັກ ແລະ ພະນັກງານ-ລັດຖະກອນໃນລະບົບອົງການໄອຍະການປະຊາຊົນ ໃຫ້ມີທັດສະນະດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳໜັກແໜ້ນ, ມີນ້ຳໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ; ປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນອົງການໄອຍະການປະຊາຊົນຮອບດ້ານ, ສົມເປັນເຄື່ອງມືຜະເດັດການກຳມະຊີບຂອງພັກ, ອຳນາດການປົກຄອງປະຊາທິປະໄຕປະຊາຊົນ, ສ້າງອົງການໄອຍະການປະຊາຊົນເຂດ ຢູ່ເມືອງທີ່ມີເງື່ອນໄຂ; ຍົກສູງຄຸນນະພາບການຕິດຕາມກວດກາ ການປະຕິບັດກົດໝາຍຂອງອົງການໄອຍະການປະຊາຊົນ, ຮັບປະກັນ ການດຳເນີນຄະດີ ເປັນເອກະພາບ, ຖືກຕ້ອງ, ຍຸຕິທຳ; ສ້າງ, ປັບປຸງສົນທິສັນຍາ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ເພື່ອຮັບປະກັນການປະຕິບັດໜ້າທີ່ຂອງອົງການໄອຍະການປະຊາຊົນ ມີຜົນສຳເລັດ; ພັດທະນາພື້ນຖານວັດຖຸເຕັກນິກ, ປະກອບພາຫະນະອຸປະກອນຮັບໃຊ້ອັນຈຳເປັນໃຫ້ແກ່ອົງການໄອຍະການປະຊາຊົນແຕ່ລະຂັ້ນ ເພື່ອຮັບປະກັນໃນການເຄື່ອນໄຫວວຽກງານ ໃຫ້ມີປະສິດ ທິຜົນ ເທື່ອລະກ້າວ; ປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດ ຢ່າງເປັນເຈົ້າການ; ເພີ່ມທະວີການພົວພັນ ຮ່ວມມືກັບປະເທດເພື່ອນມິດຍຸດທະສາດ; ຮ່ວມມືກັບບັນດາປະເທດໃກ້ຄຽງ, ປະ ເທດສະມາຊິກອາຊຽນ ແລະ ອົງການຈັດຕັ້ງສາກົນຕ່າງໆ ຢ່າງເປັນເຈົ້າການ, ພັດທະນາວຽກງານໄອຍະການປະຊາຊົນ ຢ່າງມີປະສິດທິຜົນ ແລະ ເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານໄອຍະການປະຊາຊົນ.