ສສ ຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນຕໍ່ໜ້າ

ໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນວັນທີ 6-07 ມັງກອນ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຫວໍ້ ວັນ ເຖື່ອງ ປະທານປະເທດ ສສ ຫວຽດນາມ ແລະ ທ່ານ ເວື່ອງ ດິ່ງ ເຫ້ວ ປະທານສະພາແຫ່ງຊາດ ສສ ຫວຽດນາມ.

ທ່ານ ສອນໄຊ ສີພັນດອນ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ສປປ ລາວ ມາຍັງທ່ານ ປະທານປະເທດ ຫວໍ້ ວັນ ເຖື່ອງ ແລະ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ປະທານສະພາແຫ່ງຊາດ ເວື່ອງ ດິ່ງ ເຫວ້ ແລະ ການນໍາສະພາແຫ່ງຊາດ ຫວຽດນາມ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງ ແລະ ຮອບດ້ານ ໃນການສ້າງສາພັດທະນາປະເທດຊາດ ໃນຕະຫລອດໄລຍະຜ່ານມາ ຂອງ ສສ ຫວຽດນາມ. ພ້ອມທັງໄດ້ແຈ້ງຜົນການພົບປະຢ່າງເປັນທາງການ ກັບ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ.

ພ້ອມດຽວກັນນີ້, ກໍໄດ້ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ ແລະ ທັນການ ໃນຕະຫລອດໄລຍະຜ່ານມາ ແລະ ຫວັງວ່າ ລັດຖະບານ ສສ ຫວຽດນາມ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະໃນໄລຍະການເປັນປະທານອາຊຽນ ໃນປີ 2024 ນີ້.

ໃນໂອກາດນີ້, ການນໍາ ຂອງ ສສ ຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໃນຄັ້ງນີ້ ເຊິ່ງເປັນຄັ້ງທໍາອິດ ພາຍຫລັງດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນຕໍ່ໜ້າ.