ຖ້ຽວບິນອາເມລິກາຍົກເລີກການບິນ ກະທົບຜູ້ໂດຍສານນັບໝື່ນ ຫລັງ FAA ຢຸດການນໍາໃຊ້ Boeing 737 Max 9 ສອບສວນຫາສາເຫດຊິ້ນສ່ວນຫລຸດກາງອາກາດ

ຜູ້ໂດຍສານຫລາຍໝື່ນຄົນຕ້ອງຜະເຊີນຜົນກະທົບຈາກຫລາຍສາຍການບິນໃຫຍ່ຂອງອາເມລິກາຍົກເລີກຖ້ຽວບິນ ພາຍຫລັງອົງການບໍລິຫານການບິນແຫ່ງຊາດ (Federal Aviation Administration: FAA) ຂອງອາເມລິກາ ສັ່ງຢຸດການນໍາໃຊ້ເຮືອບິນ Boeing 737 Max 9 ຈໍານວນ 171 ລໍາ ຫລັງເກີດເຫດຊິ້ນສ່ວນເຮືອບິນລຸ້ນນີ້ຂອງສາຍການບິນ Alaska Airlines ຫລຸດກາງອາກາດ ຫລັງຂຶ້ນບິນເໜືອລັດອໍຣິກອນ ໃນວັນທີ 5 ມັງກອນຜ່ານມາ.

ໜຶ່ງໃນສາຍການບິນທີ່ໄດ້ຮັບຜົນກະທົບໜັກທີ່ສຸດຄືສາຍການບິນ United Airlines ທີ່ຖືກສັ່ງຢຸດນໍາໃຊ້ເຮືອບິນ Boeing 737 Max 9 ຈໍານວນ 79 ລໍາ.

ຂະນະທີ່ສາຍການບິນ Alaska Airlines ຕ້ອງຍົກເລີກຖ້ຽວບິນ 160 ກວ່າຖ້ຽວໃນວັນທີ 6 ມັງກອນ ເຊິ່ງສົ່ງຜົນກະທົບຕໍ່ຜູ້ໂດຍສານ 23.000 ກວ່າຄົນ.

ທັງນີ້, ຫລັງເກີດເຫດຊິ້ນສ່ວນຫລຸດກາງອາກາດ FAA ໄດ້ມີຄໍາສັ່ງໃຫ້ກວດສອບເຮືອບິນ Boeing 737 Max 9 ທີ່ນໍາໃຊ້ຢູ່ທົ່ວໂລກທັນທີ, ແຕ່ຄາດວ່າຈະສົ່ງຜົນກະທົບໂດຍກົງຕໍ່ຖ້ຽວບິນຢູ່ອາເມລິກາ ເຊິ່ງການກວດສອບຈະໃຊ້ເວລາປະມານ 4-8 ຊົ່ວໂມງຕໍ່ເຮືອບິນ 1 ລໍາ.

ໂດຍ Boeing ຖະແຫລງຍິນດີຕໍ່ການຕັດສິນໃຈຂອງ FAA ແລະ ຢືນຢັນວ່າ: ທີມງານຂອງບໍລິສັດໄດ້ຕິດຕໍ່ກັບ FAA ເພື່ອໃຫ້ການຊ່ວຍເຫລືອໃນການກວດສອບຢ່າງໃກ້ຊິດ.

ສ່ວນອົງການຄວາມປອດໄພດ້ານການບິນແຫ່ງສະຫະພາບເອີຣົບ (European Union Aviation Safety Agency: EASA) ເປີດເຜີຍວ່າ: ກໍາລັງປະຕິບັດຕາມແນວທາງຂອງ FAA ໃນການຢຸດນໍາໃຊ້ເຮືອບິນລຸ້ນດັ່ງກ່າວ, ແຕ່ຄາດວ່າຈະສົ່ງຜົນກະທົບໃຫ້ເກີດການຢຸດສະງັກຂອງຖ້ຽວບິນຢູ່ເອີຣົບພຽງເລັກໜ້ອຍ ເນື່ອງຈາກ EASA ເຊື່ອວ່າບໍ່ມີສາຍການບິນໃດຢູ່ເອີຣົບນໍາໃຊ້ເຮືອບິນລຸ້ນນີ້.

ອ້າງອີງ: