ອິນເດຍ ປະສົບຜົນສຳເລັດ ຍານອາວະກາດ ອາທິຕະຍາ-ແອວ 1 ເດີນທາງ ໄປຮອດວົງໂຄຈອນດວງຕາເວັນແລ້ວ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 8 ມັງກອນ 2024, ອົງການວິໄຈອາວະກາດແຫ່ງປະເທດອິນເດຍ ປະກາດຂ່າວດີຂອງພາລະກິດສົ່ງຍານອາທິຕະຍາ-ແອວ 1 (Aditya-L1) ໄປສຳຫລວດດວງຕາເວັນ ເປັນຄັ້ງທຳອິດ, ຫລັງຈາກທີ່ໄດ້ປ່ອຍຍານດັ່ງກ່າວໄປຍັງດວງຕາເວັນເມື່ອ 4 ເດືອນທີ່ຜ່ານມາ.
ທາງດ້ານນາຍົກລັດຖະມົນຕີ ອິນເດຍ ໄດ້ສະແດງຄວາມຍິນດີຜ່ານທາງ ທະວິດເຕີ ສ່ວນໂຕວ່າ ອິນເດຍສ້າງຫລັກໄຊອີກຄັ້ງ ດ້ານອາວະກາດ ເຊິ່ງຖືເປັນບົດພິສູດເຖິງຄວາມທຸ່ມເທຢ່າງບໍ່ຢຸດຢັ້ງຂອງນັກວິທະຍາສາດຂອງອິນເດຍ ໃນການຄົ້ນຄິດພາລະກິດທີ່ຊັບຊ້ອນທີ່ສຸດ.
ທັງນີ້ ຍານອາທິຕະນາ-ແອວ1 ໄດ້ຖືກປ່ອຍຈາກຖານປ່ອຍຍານອາວະກາດທີ່ເກາະສິຫາຣິໂຄຕາ ລັດອານະທອນ ທາງພາກໃຕ້ຂອງປະເທດ ໃນເດືອນກັນຍາ 2023 ມຸ່ງໜ້າເດີນທາງໄກເຖິງ 1.5 ລ້ານກິໂລແມັດ ໄປຍັງຈຸດໃນອາວະກາດ ເຊິ່ງຈຸດດັ່ງກ່າວຈະເຫັນດວງຕາເວັນຕະຫລອດເວລາ ແລະ ເປັນຈຸດທີ່ສະຖຽນດ້ວຍແຮງໂນ້ມຖ່ວງ ເພື່ອສຶກສາດວງຕາເວັນ ແລະ ເນັ້ນໃນເລື່ອງການສຶກສາລົມສຸລິຍະ.

