ເມືອງໄຊຍະບູລີ ປະກາດຮັບຮອງ ແລະ ມອບໃບຢັ້ນຢືນໃຫ້ 16 ບ້ານ ສີຂຽວ ສະອາດ ງາມຕາ

ວັນທີ 4 ມັງກອນ 2024 ນີ້, ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງໄຊຍະບູລີ ໄດ້ຈັດພິທີປະກາດຮັບຮອງ ແລະ ມອບໃບຢັ້ງຢືນໃຫ້ແກ່ 16 ບ້ານ ເປັນບ້ານສີຂຽວ ສະອາດ ງາມຕາ, ເປັນປະທານ ຂອງ ທ່ານ ເສນ ພັນລັກ ວ່າການເຈົ້າເມືອງໄຊຍະບູລີ.
ທ່ານ ອຸດົມໄຊ ເພັດດາລາ ຫົວໜ້າຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງໄຊຍະບູລີ ລາຍງານວ່າ: ການຈັດຕັ້ງປະຕິບັດວຽກງານຂຽວສະອາດງາມຕາຢູ່ 16 ບ້ານ ພາຍໃນເມືອງໄຊຍະບູລີ ໂດຍປະຕິບັດຕາມແຜນການ 5 ປີ ຂອງກົມສົ່ງເສີມສຸຂະພາບສິ່ງແວດລ້ອມ, ວິໄສທັດຮອດປີ 2030 ແລະ ຍຸດທະສາດ 10 ປີ (2016-2025) ຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບການສ້າງ ສປປ ລາວ ໃຫ້ຂຽວ ສະອາດ ງາມຕາ ຈໍານວນ 130 ບ້ານ ເທົ່າກັບ 30% ຂອງຈໍານວນບ້ານໃນທົ່ວແຂວງ ໂດຍເນັ້ນໃສ່ເທດສະບານຂອງແຕ່ລະເມືອງ ແລະ ບ້ານທີ່ຕັ້ງຢູ່ຕາມແລວທາງສາຍຫລັກຂອງແຂວງ-ຂອງເມືອງ, ຜ່ານການຊຸກຍູ້ ຕິດຕາມກວດກາ, ປະເມີນບ້ານ ຕາມເງື່ອນໄຂຂອງມາດຕະຖານ ແລະ ຕົວຊີ້ວັດ ຂຽວ ສະອາດ ງາມຕາ ບັນລຸຕາມ 5 ມາດຕະຖານ ແລະ 21 ຕົວຊີ້ວັດ ແລະ ບ້ານທີ່ໄດ້ຕາມເງື່ອນໄຂ ຂອງມາດຕະຖານ ແລະ ຕົວຊີ້ວັດ 90% ຂຶ້ນໄປເປັນບ້ານດີເດັ່ນປະເພດ 1 ແມ່ນມີຈໍານວນ 16 ບ້ານຄື: ບ້ານດອນໃໝ່, ບ້ານຖິ່ນ, ບ້ານນາຕໍນ້ອຍ, ບ້ານໜອງແຊງ, ບ້ານຜາປູນ, ບ້ານແກ້ງ, ບ້ານດອນເງິນ, ບ້ານບຸ່ງ, ບ້ານປົ່ງ, ບ້ານນາເລົາ, ບ້ານສີມຸງຄຸນ, ບ້ານລ້ອງປໍ, ບ້ານສີເມືອງ, ບ້ານທ່ານາ, ບ້ານວັງຂາມ ແລະ ບ້ານໂນນສະຫວັນ.

