ຖອດຖອນບົດຮຽນກ່ຽວກັບໂຄງການແຈກຢາຍເຂົ້າຊ່ວຍເຫລືອໃຫ້ຜູ້ດ້ອຍໂອກາດ ແລະ ປະສົບໄພພິບັດ 4 ແຂວງເປົ້າໝາຍ

ກອງປະຊຸມຖອດຖອນບົດຮຽນກ່ຽວກັບໂຄງການແຈກຢາຍເຂົ້າຊ່ວຍເຫລືອໃຫ້ແກ່ຜູ້ດ້ອຍໂອກາດ ແລະ ປະສົບໄພພິບັດ ທີ່ບໍ່ສາມາດເຂົ້າເຖິງການຄ້ຳປະກັນດ້ານສະດ້ານສະບຽງອາຫານ ໄດ້ຈັດຂຶ້ນວັນທີ 5 ມັງກອນ 2024 ທີ່ນະຄອນຫລວງວຽງຈັນ.
ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ໂຄງການແຈກຢາຍເຂົ້າຊ່ວຍເຫລືອໃຫ້ແກ່ຜູ້ດ້ອຍໂອກາດ ແລະ ປະສົບໄພພິບັດ ທີ່ບໍ່ສາມາດເຂົ້າເຖິງການຄໍ້າປະກັນດ້ານສະບຽງອາຫານ ແມ່ນໄດ້ເປີດໂຕເປັນທາງການໃນວັນທີ 9 ມິຖຸນາ 2023 ໂດຍແມ່ນອົງການກາແດງແຫ່ງຊາດລາວເປັນພາກສ່ວນຈັດຕັ້ງປະຕິບັດໃນການຂົນສົ່ງເຂົ້າຈໍານວນ 950 ໂຕນ ໃຫ້ 4 ແຂວງເປົ້າໝາຍຄື: ຫລວງນໍ້າທາ, ອຸດົມໄຊ, ສາລະວັນ ແລະ ແຂວງເຊກອງ (ລວມ 221 ບ້ານ ໃນ 16 ເມືອງ), ທັງນີ້ເພື່ອພ້ອມກັນຖອດຖອນບົດຮຽນກ່ຽວກັບສະພາບການຈັດຕັ້ງປະຕິບັດ, ໃນການຂົນສົ່ງເຂົ້າໄປສູ່ບັນດາແຂວງເປົ້າໝາຍວ່າມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ພ້ອມທັງສາມາດຮຽນຮູ້ຈາກການຈັດຕັ້ງປະຕິບັດໂຄງການນີ້ແນວໃດ ເພື່ອຈະນໍາໄປເປັນບ່ອນອີງໃນການຈັດຕັ້ງປະຕິບັດຕໍ່ໜ້າ.
ສຳລັບ ການຊ່ວຍເຫລືອດ້ານສະບຽງອາຫານໃຫ້ແກ່ຄອບຄົວທີ່ດ້ອຍໂອກາດ ເພື່ອຊ່ວຍເຕີມເຕັມຊ່ອງຫວ່າງດ້ານສະບຽງອາຫານ ໃຫ້ປະຊາຊົນທີ່ອາໄສໃນພື້ນທີ່ທີ່ມີຄວາມສ່ຽງຄວາມປອດໄພດ້ານສະບຽງອາຫານ ໃນລະຫວ່າງລະດູການຂາດແຄນ ໄລຍະກາງປີ 2023, ເຊິ່ງໂຄງການໄດ້ມອບເຂົ້າສານຈຳນວນ 948 ໂຕນ ໃຫ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ຕ້ອງການການຊ່ວຍເຫລືອທີ່ສຸດ ຜູ້ໄດ້ຮັບຜົນປະໂຫຍດແຕ່ລະຄົນ ແມ່ນໄດ້ຮັບເຂົ້າສານຈຳນວນ 7,6 ກິໂລ ເຊິ່ງເທົ່າກັບສັດສ່ວນຄວາມຕ້ອງ ການເຂົ້າສໍາລັບ 19 ວັນ.
ການຕິດຕາມຄວາມໝັ້ນຄົງດ້ານສະບຽງອາຫານຂອງອົງການອາຫານໂລກ ສະເລ່ຍ 1 ໃນ 7 ຄົວເຮືອນ ແມ່ນປະສົບກັບຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານຢ່າງໜັກໜ່ວງ, ໂດຍມີຫລາຍກວ່າ 18% ຂອງປະຊາກອນທີ່ບໍລິໂພກອາຫານບໍ່ພຽງພໍ ແລະ ຍັງເຫັນວ່າຫລາຍແຂວງໃນທາງພາກເໜືອ ແລະ ພາກໃຕ້ຂອງປະເທດ ແມ່ນປະເຊີນກັບອັດຕາຄວາມບໍ່ໝັ້ນຄົງດ້ານສະບຽງອາຫານສູງກວ່າຄ່າສະເລ່ຍແຫ່ງຊາດ ປະຊາຊົນຈຳນວນ 107.778 ຄົນ ໃນນັ້ນ ມີແມ່ຍິງ 54.036 ຄົນ ແລະ ຄົນພິການ 992 ຄົນ ໄດ້ຮັບການຊ່ວຍເຫລືອ.

