ກະຊວງປ້ອງກັນປະເທດ ຈະຈັດຫລາຍກິດຈະກໍາ ເພື່ອສະເຫລີມສະຫລອງ ວັນສ້າງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ວັນທີ 5 ມັງກອນ 2024, ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີ ຫົວຫນ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ລາຍງານວ່າ: ການຈັດຕັ້ງສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 75 ປີ ເເມ່ນດໍາເນີນໄປຕາມຄໍາສັ່ງເເນະນໍາຂອງຄະນະເລຂາທິການສູນກາງພັກ ເເລະ ເເຜນການທີ່ໄດ້ຕົກລົງເປັນເອກະພາບຮ່ວມກັນໃນທົ່ວກອງທັບ ເພື່ອເສີມຂະຫຍາຍມູນເຊື້ອ, ທາດເເທ້, ຜົນງານໄຊຊະນະອັນໃຫຍ່ຫລວງ, ວິລະກໍາອັນລໍ້າເລີດຂອງກອງທັບປະຊາຊົນລາວໃຫ້ທົ່ວປວງຊົນຮັບຮູ້ເຂົ້າໃຈ ເເລະ ໄດ້ຮັບການໂຄສະນາເຜີຍເເຜ່ຢ່າງກວ້າງຂວາງ ທົ່ວເຖິງ-ເລີກເຊິ່ງ.

ນັບເເຕ່ນີ້ຮອດວັນທີ 20 ມັງກອນ 2024 ກະຊວງປ້ອງກັນປະເທດຈະຈັດຫລາຍກິດຈະກໍາ ເພື່ອກະກຽມສະເຫລີມສະຫລອງ ວັນສ້າງກອງທັບປະຊາຊົນລາວວັນທີ 20 ມັງກອນ ຄົບຮອບ 75 ປີ ເປັນຕົ້ນ: ການເຄື່ອນໄຫວໂຄສະນາມູນເຊື້ອກອງທັບປະຊາຊົນລາວ ໃຫ້ທົ່ວສັງຄົມຮັບຮູ້ຢ່າງກວ້າງຂວາງ, ຕ້ອນຮັບຄະນະສິລະປະກອນກອງທັບປະຊາຊົນຫວຽດນາມມາສະເເດງມິດຕະພາບຢູ່ລາວ, ຈັດຕັ້ງເເຂ່ງຂັນກິລາການທະຫານ ເເລະ ກິລາມວນຊົນ ຢູ່ອ້ອມຂ້າງນະຄອນຫລວງວຽງຈັນ, ຊ້ອມຮົບສະເເດງຍິງລູກປືນເເທ້ຂອງບັນດາເຫລົ່າຮົບຢູ່ສະໜາມຫັດເເອບວິທະຍາຄານກົມມະດໍາ, ເຊີນການນໍາພັກ-ລັດລົງຢ້ຽມຢາມ ເເລະ ຮ່ວມພິທີສະເຫລີມສະຫລອງວັນສ້າງຕັ້ງກອງທັບ,ຈັດຕັ້ງອວຍພອນການນໍາພັກ-ລັດ,ພະນັກງານປະຕິວັດອາວຸໂສບໍານານ, ຢ້ຽມຢາມພະນັກງານຜູ້ຖືກບາດເຈັບ ທີ່ນອນປີ່ນປົວຢູ່ໂຮງໝໍ ເເລະ ສູນເສຍອົງຄະ, ວາງສະເເດງຜະລິດຕະພັນສິນຄ້າການທະຫານຢູ່ເດີ່ນສະໜາມຫລວງ ແຕວັນທີ 12 ຫາ 18 ມັງກອນນີ້, ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ລະດັບຊາດ ເເລະ ຖ່າຍທອດສົດພິທີດັ່ງກ່າວຜ່ານໂທລະພາບ ເເລະ ວິທະຍຸ ໃນວັນທີ 19 ມັງກອນ 2024 ຢູ່ຫໍປະຊຸມເເຫ່ງຊາດ, ຈັດກິດຈະກໍາຍ່າງມາລະທອນເພື່ອສຸຂະພາບຢູ່ສວນນໍ້າບຶງທາດຫລວງ ໂດຍເເມ່ນເເນວລາວສ້າງຊາດເປັນຜູ້ຈັດຂຶ້ນ, ຈັດຕັ້ງພົບປະວິລະຊົນ, ນັກຮົບເເຂ່ງຂັນ ພະນັກງານປະຕິບັດອາວຸໂສ ເເລະ ຕ້ອນຮັບການເຂົ້າອວຍພອນຈາກບັນດາກະຊວງ, ອົງການ ເເລະ ອື່ນໆ.