ສປ ຈີນ ມອບອຸປະກອນກະກຽມການເປັນປະທານອາຊຽນ 2024 ສໍາລັບເສົາຄໍ້າເສດຖະກິດ ຂອງ ສປປ ລາວ ໃຫ້ກະຊວງ ອຄ

ວັນທີ 5 ມັງກອນ 2024, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫວັງ ຊ່າງ (Wang Chang), ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ເຂົ້າພົບປະປຶກສາຫາລື.
ໂອກາດນີ້, ສອງຝ່າຍໄດ້ສົນທະນາກ່ຽວກັບວຽກງານການຮ່ວມມື ການພົວພັນດ້ານການຄ້າ, ການລົງທຶນ ລະຫວ່າງ ສປປ ລາວ-ສປ ຈີນ ແລະ ສາຍພົວພັນຮ່ວມມືກັນຢ່າງສະໜິດແໜ້ນ ທີ່ມີມູນເຊື້ອມາເປັນເວລາຍາວນານ ທັງເປັນຄູ່ຮ່ວມສະຕາກໍາຮ່ວມກັນຕາມການຕົກລົງຂອງຜູ້ນໍາທັງສອງປະເທດ.

ຜ່ານມາ ສປ ຈີນ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ມາໂດຍຕະຫລອດ ໃນດ້ານເສດຖະກິດການຄ້າ, ສາທາລະນະສຸກ ແລະ ການຮ່ວມມືດ້ານວິຊາການອື່ນໆ.

ພ້ອມນີ້, ສປ ຈີນ ໄດ້ມອບອຸປະກອນການກະກຽມການເປັນປະທານອາຊຽນປີ 2024 ສໍາລັບເສົາຄໍ້າເສດຖະກິດ ຂອງ ສປປ ລາວ ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ໃນຖານະເປັນໜ່ວຍງານຮັບຜິດຊອບຫລັກການຮ່ວມມືພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ ປະກອບມີ: ຄອມພິວເຕີຕັ້ງໂຕະ, ຄອມພິວເຕີໂນດບຸກ ລວມມູນຄ່າ 6.000 ໂດລາສະຫະລັດ.