ນະຄອນຫລວງວຽງຈັນ ຫວນຄືນມູນເຊື້ອ 2 ວັນສຳຄັນຂອງຊາດ

ວັນທີ 5 ມັງກອນ 2024, ນະຄອນຫລວງວຽງຈັນ (ນວ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອລະນຶກຄຸນງາມຄວາມດີວັນສຳຄັນຂອງຊາດ.ຄື: ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949 – 20 ມັງກອນ 2024) ແລະ ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2024).
ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດ ກ່າວປາຖະກະຖາວ່າ: ມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ ຂະຫຍາຍຕົວລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບປະຊາຊົນລາວຍາດມາໄດ້ຕະຫລອດໄລຍະ 75 ປີຜ່ານມາ, ກອງທັບປະຊາຊົນລາວໄດ້ກຳເນີດຂຶ້ນທ່າມກາງປະເທດ ຊາດຖືກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ ແລະ ຄອບຄອງໂດຍພາຍໃຕ້ການນຳ ພາຂອງພັກປະຊາຊົນລາວບັນດາເຜົ່າໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານການຮຸກຮານຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫລະໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວເຮົາໃນປັດຈຸບັນ), ໂດຍແມ່ນປະທານໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍແລ້ວກອງທັບກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດໄປ ພ້ອມໆກັນຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເປັນເຈົ້າການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເຮັດໃຫ້ປະເທດຊາດມີຄວາມສະຫງົບໂດຍພື້ນຖານ.
ພ້ອມນີ້, ຍັງເປັນການລະນຶກເຖິງວັນເກີດ ແລະ ຄຸນງາມຄວາມດີ ຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ, ເຊິ່ງປະທານ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນຳຮຸ່ນທໍາອິດຂອງການປະຕິວັດລາວໄດ້ຮ່ວມກັບຜູ້ນຳຄົນອື່ນໆນໍາພາພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພິ່ນເປັນຜູ້ນຳທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ເສຍສະຫລະທຸກສິ່ງທຸກຢ່າງອຸທິດສະຕິປັນຍາ ແລະ ກຳລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍຄຽງບ່າຄຽງໄຫລ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆຈັດຕັ້ງນຳພາຂະບວນການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍຕົວຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ຍາດໄດ້ຜົນສຳເລັດຢ່າງມີໄຊ ພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວ.

