ຄັ້ງທໍາອິດທີ່ຈັດງານຕ້ອນຮັບປີໃໝ່ສາກົນ ແລະ ກ້າວເຂົ້າສູ່ປີທ່ອງທ່ຽວລາວ 2024 ຢູ່ສວນປະຕູໄຊ ໄດ້ຮັບຜົນສຳເລັດເກີນຄາດໝາຍ

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນ ກ່ຽວກັບການຈັດກິດຈະກໍາສະເຫລີມສະຫລອງສົ່ງທ້າຍປີເກົ່າ 2023 ແລະ ຕ້ອນຮັບປີໃໝ່ສາກົນ 2024 ວ່າ: ວັນທີ 29-31 ທັນວາ 2023 ຜ່ານມາ ນະຄອນຫລວງວຽງຈັນ ໄດ້ຈັດ 2 ກິດຈະກໍາໃຫຍ່ ຄື: ກິດຈະກໍາສົ່ງເສີມການທ່ອງທ່ຽວ ໂດຍຈະຈັດການຂາຍອາຫານ ແລະ ເຄື່ອງດື່ມຢູ່ສະຖານທີ່ຕຶກກະຊວງຍຸຕິທໍາເກົ່າ ແລະ ງານສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນ 2024 ແລະ ກ້າວເຂົ້າສູ່ປີທ່ອງທ່ຽວລາວ 2024 ຈັດຂຶ້ນຢູ່ສວນປະຕູໄຊນັບວ່າເປັນຄັ້ງທຳອິດ.

ຜ່ານການຈັດງານເຫັນວ່າປະສົບຜົນສໍາເລັດເປັນຢ່າງດີ ມີຜົນຕອບຮັບເກີນຄາດໝາຍ, ເນື່ອງຈາກໃນແຕ່ລະວັນມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ລວມເຖິງການນໍາ ພັກ-ລັດ ເຂົ້າມາທ່ຽວຊົມເປັນຈໍານວນຫລວງຫລາຍ ເຮັດໃຫ້ງານດັ່ງກ່າວມີຄວາມຄຶກຄື້ນ ແລະ ເບີກບານມ່ວນຊື່ນເປັນພິເສດ, ທັງຮັກສາໄດ້ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ໄປຄຽງຄູ່ກັບຜົນສໍາເລັດນັ້ນ, ກໍຍັງມີບາງບັນຫາທີ່ເປັນຂໍ້ຄົງຄ້າງ ໂດຍສະເພາະການສັນຈອນໄປ-ມາ ແອອັດ ຍ້ອນມີຄົນເຂົ້າມາທ່ຽວຊົມເປັນຈຳນວນຫລາຍ, ການຖິ້ມຂີ້ເຫຍື້ອຊະຊາຍຂອງບາງບຸກຄົນທີ່ບໍ່ເຫັນບ່ອນຖິ້ມຂີ້ເຫຍື້ອ ເຖິງຈະມີໜ່ວຍງານກ່ຽວຂ້ອງຮັບຜິດຊອບເກັບມ້ຽນຂີ້ເຫຍື້ອກໍຕາມ ແຕ່ບາງຄັ້ງກໍອາດບໍ່ທັນໃຈຫລາຍຄົນ ລວມທັງການຈັນສັນບ່ອນຈອດລົດ ແລະ ການບໍລິການຫ້ອງນໍ້າ ການມ້ຽນມັດອະນາໄມຕ່າງໆ. ທັງນີ້ຄະນະຮັບຜິດຊອບຈັດງານຈະນໍາໄປປັບປຸງແກ້ໄຂໃຫ້ດີຂຶ້ນໃນປີຕໍ່ໄປ.