ເກີດອຸບັດຕິເຫດ ລົດບັນທຸກເສຍຫລັກຕຳເສົາໄຟຟ້າ ຢູ່ເມືອງໜອງແຮດ ແຂວງຊຽງຂວາງ

ເວລາປະມານ 8:00 ໂມງ ຂອງວັນທີ 4 ມັງກອນ 2024ນີ, ສູນບໍລິການໄຟຟ້າເມືອງໜອງແຮດ ແຂວງ ຊຽງຂວາງ ໄດ້ຮັບແຈ້ງເຫດຈາກພົນລະເມືອງດີວ່າ: ມີລົດບັນທຸກຂອງບໍລິສັດແຫ່ງໜຶ່ງ ເກີດອຸບັດຕິເຫດເສຍຫລັກຕຳເສົາໄຟຟ້າ 12 ແມັດ ລະບົບແຮງດັນກາງ 22 kV (22 ກິໂລໂວນ) ຢູ່ເຂດບ້ານ ພັກລັກ ໄດ້ຮັບຄວາມເສຍຫາຍ ແລະ ເປ່ເພ ຫັກລົງ 1 ຕົ້ນ, ເຮັດໃຫ້ການສະໜອງໄຟຟ້າຂັດຂ້ອງ, ໄຟຕົກ-ໄຟມອດ, ບໍ່ສາມາດເປີດສົ່ງໄຟໄດ້ ແລະ ຜູ້ຊົມໃຊ້ໄຟຟ້າເຂດດັ່ງກ່າວ ເລີ່ມແຕ່ບ້ານພັກລັກ, ເຂດເທດສະບານເມືອງໜອງແຮດ, ດ່ານຊາຍແດນນ້ຳກັ່ນ, ເຂດບ້ານພຽງຮົ່ງ ບໍ່ມີໄຟຊົມໃຊ້ຊົ່ວຄາວ ອຸບັດຕິເຫດຄັ້ງນີ້ ບໍ່ມີຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດ.