ປີ 2023 ຜ່ານມາ ກະຊວງ ປກສ ມີຜົນສຳເລັດຫລາຍດ້ານ ຮັບປະກັນໄດ້ຄວາມສະຫງົບໂດຍພື້ນຖານ

ກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບທົ່ວປະເທດ ປະຈໍາປີ 2023 ແລະ ວາງທິດທາງວຽກງານຈຸດສຸມປີ 2024 ຈັດຂຶ້ນວັນທີ 4-5 ມັງກອນ 2024,ໂດນການ ເປັນປະທານຂອງ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ.
ພົອ ວິໄລ ຫລ້າຄໍາຟອງ ກ່າວວ່າ: ໃນປີ 2023 ຜ່ານມາ ກະຊວງ ປກສ ໄດ້ສຸມໃສ່ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະແມ່ນ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຖິງວ່າໄດ້ມີຜົນສໍາເລັດຫລາຍດ້ານຮັບປະກັນໃຫ້ສະພາບທົ່ວປະເທດມີຄວາມສະຫງົບ, ສະຖຽນບະພາບທາງດ້ານການເມືອງ ມີຄວາມໝັ້ນຄົງໜັກແໜ້ນ ແຕ່ກໍຍັງມີຫລາຍບັນຫາ, ຫລາຍຂົງເຂດທີ່ກ່ຽວຂ້ອງກັບໜ້າທີ່ການເມືອງທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ, ປັບປຸງໃຫ້ດີຂຶ້ນ ເປັນຕົ້ນວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ວຽກງານກໍ່ສ້າງພັກ-ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ວຽກງານຮັບປະກັນດ້ານພະລາທິການ-ເຕັກນິກ, ວຽກງານພົວພັນຕ່າງປະເທດ ແລະ ວຽກງານອື່ນໆ.
ຄຽງຄູ່ກັນນີ້ ຍັງຈະໄດ້ສຸມໃສ່ສະຫລຸບຕີລາຄາການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກກະຊວງ, ຟັງການລາຍງານ, ການປະກອບຄໍາເຫັນຂອງບັນດາກົມໃຫຍ່, ຫ້ອງວ່າການ, ກົມກອງວິຊາສະເພາະ ແລະ ກົມກອງທ້ອງຖິ່ນ ເພື່ອຄວາມເປັນເອກະພາບໃນການຕີລາຄາສະພາບການຮອບດ້ານໃນການປະຕິບັດໜ້າທີ່ການເມືອງ; ມີຄວາມຮັບຜິດຊອບໃນການເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງ, ຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄືການແກ້ໄຂບັນຫາຕົວຈິງໃຫ້ຖືກຕ້ອງ, ທັນສະພາບການ ແລະ ຮັບປະກັນໃຫ້ການກຳນົດແຜນວຽກງານຈຸດສຸມໃນຕໍ່ໜ້າແທດເໝາະກັບສະພາບແວດລ້ອມຕົວຈິງຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ.

