ບາງຜົນສຳເລັດຂອງກອງເລຂາຄະນະສະເພາະກິດ ແກ້ໄຂບັນຫາເຄັ່ງຮ້ອນ

ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງ ວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໃຫ້ສຳພາດ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023 ວ່າ: ໄລຍະກາງສະໄໝ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີຜົນສຳເລັດຫຼາຍດ້ານ ສາມາດຕີລາຄາໄດ້ວ່າ, ມາຮອດປັດຈຸບັນເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ສາມຂັ້ນ ຊຶ່ງສະມາຊິກພັກ ແລະ ພະນັກງານແມ່ນມີຄວາມສາມະຄີເປັນເອກະພາບສູງ, ຄະນະພັກ, ຄະນະນຳ ຫສນຍ ໄດ້ນຳພາເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄັ້ງທີ XI, ມະຕິ, ຄຳສັ່ງຕ່າງໆ ຊຶ່ງໄດ້ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ໂດຍສະເພາະສ້າງການຫັນປ່ຽນ ດ້ວຍສາມການຫັນປ່ຽນຄື: ການຫັນປ່ຽນທາງດ້ານແນວຄິດຈາກແນວຄິດທີ່ລໍຖ້າ ຄຳສັ່ງ, ຄອງຄອຍ ໄດ້ຫັນມາເປັນເຈົ້າຕົນເອງຕາມພາລະບົດບາດ, ສິດ, ໜ້າທີ່, ພາລະບົດບາດຂອງແຕ່ລະສະຫາຍ, ແຕ່ລະພາກສ່ວນ, ຕົວຢ່າງ ການກະກຽມກອງປະຊຸມລັດຖະບານ ໂດຍບໍ່ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບ ໜາຍຄວາມວ່າ ເປັນຄວາມຮັບຜິດຊອບຂອງກົມໃດແມ່ນກົມນັ້ນຈະເປັນເຈົ້າການຂຶ້ນແຜນ ແລະ ອະນຸມັດຕາມແບບແຜນ, ມືອາຊີບ; ອັນທີສອງແມ່ນການຫັນປ່ຽນຈາກການເຮັດວຽກທີ່ບໍ່ມີແຜນການ, ບໍ່ມີຄາດໝາຍ, ບໍ່ມີການແບ່ງຄວາມຮັບຜິດຊອບທີ່ຊັດເຈນໃຫ້ກາຍເປັນການເຮັດວຽກທີ່ມີແຜນດຳເນິນງານ ແລະ ມີຄາດໝາຍ ແລະ ສາມແມ່ນການຫັນປ່ຽນເຮັດວຽກຫຼາຍຂອດ, ຫຼາຍຂັ້ນ ໃຫ້ຫຼຸດໜ້ອຍຖອຍລົງ ຊຶ່ງໃນເມື່ອກອ່ນມີ 10 ກວ່າຂອດຂັ້ນ ແຕ່ມາໃນປັດຈຸບັນ ມີຢູ່ 3 ຂັ້ນ, ນອກຈາກນັ້ນ ໄດ້ອອກແບບໃບກິດສຳພັນໃນການປະສານງານ ຊຶ່ງໄດ້ເຮັດທົດລອງມາໄດ້ໄລຍະໜຶ່ງແລ້ວ ໂດຍເອົາໃບກິດສຳພັນກຳນົດເວລາ ເຮັດໃຫ້ການບໍລິການມີຄວາມວ່ອງໄວຂຶ້ນ ແລະ ຊັດເຈນຂຶ້ນ.

ທ່ານກ່າວຕື່ມວ່າ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ນອກຈາກປະຕິບັດບົດບາດເປັນເສນາທີການ ເປັນຜູ້ປະສານງານຮັບໃຊ້ລັດຖະບານແລ້ວ, ພວກເຮົາຕ້ອງໄດ້ເຮັດໜ້າທີ່ ເປັນກອງເລຂາໃຫ້ຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຄະນະສະເພາະກິດ 19/ກມສພ) ຊຶ່ງວຽກງານດັ່ງກ່າວນີ້ ມີບົດບາດສຳຄັນເພື່ອແກ້ໄຂບັນຫາເສດຖະກິດ, ບັນຫາເຄັ່ງຮ້ອນ, ສະນັ້ນໃນນາມຫົວໜ້າກອງເລຂາຄະນະສະເພາະກິດ 19/ກມສພ ແມ່ນໄດ້ພະຍາຍາມປະຕິບັດຕາມທິດຊີ້ນຳ ແລະ ພາລະບົດບາດຂອງຕົນເອງໄປພ້ອມໆກັນ ຊຶ່ຶງວຽກ ຫຼັກໆທີ່ພວກເຮົາເຮັດ ອັນທຳອິດແມ່ນກຳສະພາບລວມກ່ຽວກັບ 4 ເປົ້າໝາຍວຽກຄື: ການແກ້ໄຂບັນຫາອັດຕາເງິນເຟີ້; ການຄວບຄຸມອັດຕາແລກປ່ຽນ; ຕິດຕາມການແກ້ໄຂໜີ້ສິນ ແລະ ການຄຸ້ມຄອງລາຄາສິນຄ້າ, ນອກຈາກນັ້ນ ໄດ້ກຳສະພາບການອື່ນໆທີ່ປິ່ນອອ້ມກ່ຽວກັບການແກ້ໄຂບັນຫາເສດຖະກິດ-ສັງຄົມ, ຂຶ້ນແຜນໃນການເຄື່ອນໄຫວໃຫ້ແກ່ຄະນະສະເພາະກິດ 19/ກມສພ ກຳນົດບັນດາມາດຕະການ, ກຳນົດຄາດໝາຍ ໃນນັ້ນຍັງມີຄາດໝາຍລວມ, ຄາດໝາຍສະເພາະ ເວົ້າລວມແມ່ນເປັນການສ້າງແຜນໃຫ້ຮັດກຸມຂຶ້ນ, ສຸມໃສ່ໃນການສົມທົບ, ຄົ້ນຄວ້າໃນການສ້າງນິຕິກຳຕ່າງໆເພື່ອສົມທົບກັບຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນເພື່ອບັງຂັບໃຊ້ໃນການແກ້ໄຂບັນຫາ, ທີ່ສຳຄັນໄດ້ອອກຄຳສັ່ງຈຳນວນໜຶ່ງຂອງ ທ່ານນາຍົກລັດຖະມົນຕີ ກໍຄືຫົວໜ້າຄະນະສະເພາະກິດ 19/ກມສພ, ໂດຍສະເພາະແມ່ນຄຳສັ່ງ ເລກທີ 10 ກຳນົດກ່ຽວກັບການຄຸ້ມຄອງເງິນຕາ; ຄຳສັ່ງ ເລກທີ 11 ຄຸ້ມຄອງເລື່ອງປ່າໄມ້ ແລະ ຄຳສັ່ງເລກທີ 13 ຫັນຄວາມຮັບຜິດຊອບທົ່ວປວງຊົນທັງຊາດ ໜາຍວ່າໄດ້ກຳນົດ ສາມໜ້າທີ່ໃຫຍ່ຂອງທຸກຂະແໜງການ ແລະ ທ້ອງຖິ່ນທີ່ຈະຕ້ອງໄດ້ສຶກສາອົບຮົມນຳພາແນວຄິດ ໃຫ້ປະຊາຊົນລາວບັນດາເຜົ່າ ໂດຍບໍ່ໃຫ້ອາໄສແຕ່ພາກລັດໃນການແກ້ໄຂບັນຫາເສດຖະກິດ ໂດຍສະເພາະໃນການຄຸ້ມຄອງລາຄາສິນຄ້າ, ອັດຕາເງິນເຟີ້, ບັນຫາດັ່ງກ່າວປະຊາຊົນຕ້ອງເປັນເຈົ້າການຊ່ວຍກັນໃນການແກ້ໄຂບັນຫາຮ່ວມກັນ.

ທ່ານກ່າວໃຫ້ຮູ້ຕື່ມວ່າ: ຜົນຂອງການແກ້ໄຂບັນຫາເສດຖະກິດ, ມາເຖິງປັດຈຸບັນ ຊຶ່ງບາງຕົວເລກໄດ້ຮັບຜົນສຳເລັດເປັນທີ່ໜ້າພໍໃຈ ອັນພົ້ນເດັ່ນແມ່ນ

ອັດຕາເງິນເຟີ້ຫລຸດລົງ ຈາກເມື່ອກ່ອນ ຢູ່ໃນລະດັບຫລາຍກວ່າ 28% ມາຮອດປັດຈຸບັນ ຢູ່ໃນລະດັບ 25%

ການເກັບລາຍຮັບໄດ້ສຸມໃສ່ການຫັນເປັນທັນສະໄໝສາມາດເກັບລາຍຮັບເພີ່ມຂຶ້ນ ເຮັດໃຫ້ຕົວເລກລາຍຮັບເກີນແຜນ ເມື່ອທຽບໃສ່ປີ 2022 ແມ່ນເພີ່ມຂຶ້ນ 38%,

ການຄວບຄຸມການຂາຍຍົກ-ຂາຍຍ່ອຍໄດ້ມີການຂຶ້ນບັນຊີບໍລິສັດນຳເຂົ້າ-ສົ່ງອອກ ເພາະບັນດາບໍລິສັດດັ່ງກ່າວ ຈໍລະຈອນເງິນຕາຫລາຍ ສະນັ້ນຈຶ່ງໄດ້ຄຸ້ມຄອງໃຫ້ຖືກຕ້ອງ ຈຶ່ງຈະສາມາດຄຸ້ມຄອງເງິນຕາໄດ້

ປັດຈຸບັນມີຄັງແຮເງິນຕາ ແລະ ຈະສູ້ຊົນໃຫ້ມີສາມຄັງແຮຄື: ຄັງແຮເຂົ້າ ເພື່ອແກ້ໄຂໃນກໍລະນີສຸກເສິນ, ຄັງແຮນໍ້າມັນ ເພື່ອສະດວກໃນການນຳໃຊ້ໝູນວຽນ ແລະ ຄັງແຮເງິນຕາ.