ໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ທົ່ວປະເທດມີຜູ້ເສຍຊີວິດຈາກອຸບັດເຫດ 21 ຄົນ

ທ່ານ ພັນໂທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫລວດຈະລາຈອນ ງານຜ່ານໜັງສືພິມຄວາມສະຫງົບ ວັນທີ 3 ມັງກອນ 2024 ນີ້ວ່າ: ໄລຍະ 5 ວັນໃນການ ສະເຫລີມສະຫລອງ ສົ່ງທ້າຍປີເກົ່າ 2023 ຕ້ອນຮັບປີໃໝ່ 2024 (29 ທັນວາ 2023 ຫາ 2 ມັງກອນ 2024) ທົ່ວປະເທດ ມີອຸບັດເຫດເກີດຂຶ້ນທັງໝົດ 148 ຄັ້ງ, ເສຍຊີວິດ 21 ຄົນ, ໄດ້ຮັບບາດເຈັບ 227 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ອຸບັດເຫດ ຫລຸດຫລົງ 42 ຄັ້ງ, ເສຍຊີວິດຫລຸດລົງ 5 ຄົນ.
ອຸບັດເຫດທີ່ເກີດຂື້ນຢູ່ແຕ່ລະແຂວງທົ່ວປະເທດມີຄື:
– ນະຄອນຫລວງວຽງຈັນ ອຸບັດເຫດເກີດ 18 ຄັ້ງ, ເສຍຊີວິດ 6 ຄົນ
– ແຂວງຈຳປາສັກ 17 ຄັ້ງ, ບໍ່ມີຜູ້ເສຍຊີວິດ
– ແຂວງ ວຽງຈັນ 16 ຄັ້ງ, ເສຍຊີວິດ 3 ຄົນ
– ສະຫວັນນະເຂດ 13 ຄັ້ງ, ບໍ່ມີຜູ້ເສຍຊີວິດ
– ຄຳມ່ວນ 11 ຄັ້ງ, ເສຍຊີວິດ 3 ຄົນ
– ອັດຕະປື 10 ຄັ້ງ, ເສຍຊີວິດ1 ຄົນ
– ບໍລິຄຳໄຊ 10 ຄັ້ງ, ເສຍຊີວິດ 2 ຄົນ
– ຫລວງພະບາງ 10 ຄັ້ງ, ບໍ່ມີຜູ້ເສຍຊີວິດ
– ຫລວງນ້ຳທາ 8 ຄັ້ງ, ເສຍຊີວິດ 2 ຄົນ
– ຫົວພັນ 7 ຄັ້ງ, ບໍ່ມີຜູ້ເສຍຊີວິດ
– ສາລະວັນ 6 ຄັ້ງ, ບໍ່ມີຜູ້ເສຍຊີວິດ
– ບໍ່ແກ້ວ 5 ຄັ້ງ, ບໍ່ມີຜູ້ເສຍຊີວິດ
– ຊຽງຂວາງ; ຜົ້ງສາລີ; ໄຊຍະບູລີ ແຂວງລະ 4 ຄັ້ງ, ເສຍຊີວິດແຂວງລະ 1 ຄົນ
– ເຊກອງ 3 ຄັ້ງ, ບໍ່ມີຜູ້ເສຍຊີວິດ
– ໄຊສົມບູນ 1 ຄັ້ງ, ບໍ່ມີຜູ້ເສຍຊີວິດ
– ແຂວງ ອຸດົມໄຊ 1 ຄັ້ງ ບໍ່ມີຜູ້ເສຍຊີວິດ.
ສາເຫດທີ່ພາໃຫ້ເກີດອຸບັດເຫດ ຍ້ອນຜູ້ຂັບຂີ່ບໍ່ປະຕິບັດຕາມກົດລະບຽບຈະລາຈອນວາງອອກຢ່າງເຄັ່ງຄັດ ເປັນຕົ້ນ ຍັງດື່ມສິ່ງມຶນເມົາແລ້ວຂັບລົດ, ຂັບລົດໄວເກີນກຳນົດ, ປ່ຽນທິດທາງກະທັນຫັນ, ແຊງບໍ່ຮັບປະກັນ, ບໍ່ຮັກສາໄລຍະຫ່າງ ແລະ ອື່ນໆ.

