ຖ້ຳກອງລໍໄດ້ຮັບລາງວັນດີເດັ່ນມາດຕະຖານອາຊຽນ

ພິທີມອບ-ຮັບລາງວັນດີ ເດັ່ນມາດຕະຖານອາຊຽນໃຫ້ຖ້ຳກອງລໍ ໄດ້ມີຂຶ້ນໃນວັນທີ 29 ກັນຍານີ້ຢູ່ແຂວງຄໍາມ່ວນ. ຖ້ຳ ກອງລໍ, ເປັນແຫຼ່ງທ່ອງທ່ຽວ ມະຫັດສະຈັນແຫ່ງໜຶ່ງຂອງ ແຂວງຄຳມ່ວນ, ພາຍໃນຖໍ້າມີ ລວງຍາວ 7,5 ກິໂລ ແມັດສາ ມາດນັ່ງເຮືອເຂົ້າໄປຊົມຄວາມ ສວຍງາມຢູ່ໃນຖ້ຳໄດ້ຍ່າງສະ ດວກສະບາຍ.

 

 

+ ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ

+ ຊົມເຊີຍຜູ້ໄດ້ຮັບລາງວັນວັນນະກຳ “ແມ່ນໍ້າຂອງ” ຄັ້ງທີ 8

ການໄປທ່ຽວຊົມຖ້ຳກອງ ລໍຄວນໄປນອນຢູ່ເຮືອນພັກບ້ານນາຕານ ຫຼືບ້ານກອງລໍນອກ ນັ້ນຍັງມີເຮືອນພັກສາລາຫີນ ບູນ ແລະ ເຮືອນພັກບ້ານຄູນ ຄຳ (ບາງຄົນເອີ້ນວ່າບ້ານນາຫີນ) ຊຶ່ງເປັນປະຕູດ່ານເຂົ້າໄປຫາຖ້ຳ ກອງລໍ, ຈາກເສັ້ນທາງ ເລກທີ 13 ເຂົ້າໄປທາງເລກ 8 ຮອດ ບ້ານ ຄູນຄໍາ.

 

 

ຈາກນັ້ນ ທ່ານອາດ ຈະຂີ່ ເຮືອ ຫຼື ລົດໄປທາງບ້ານກອງ ລໍ. ພາຍໃນຖ້ຳເຕັມໄປດ້ວຍຫີນ ງອກ, ຫີນຍ້ອຍຂະຫນາດໃຫຍ່, ມີນ້ຳຕົກພາຍໃນ, ມີໂຄ້ງ ແມ່ນ້ຳ, ຫາດຊາຍ, ແກ້ງຫີນ ແລະ ຄວາມ ຫລາກຫລາຍທາງຊີວະນາໆ ພັນທີ່ເຊື່ອງຊ້ອນ. ຊາວ ບ້ານ ໄດ້ໃຊ້ຖ້ຳນ້ຳລອດແຫ່ງນີ້ເປັນ ເສັ້ນທາງຄົມມະນາຄົມມາລະ ຫວ່າງບ້ານກອງລໍ ແລະ ບ້ານ ນາຕານ ເຊິ່ງມີທີ່ຕັ້ງຢູ່ ຟາກໜຶ່ງ ຂອງປາກ ຖ້ຳນັ້ນບໍ່ມີຖະໜົນ ເຂົ້າອອກເນື່ອງຈາກຖືກປິດ ລ້ອມ ດ້ວຍສາຍພູຫີນບູນທີ່ສູງຊັນ ດັ່ງນັ້ນຊາວບ້ານຈິ່ງຕ້ອງໃຊ້ ເຮືອຫາງຍາວເປັນພາຫະນະ ໃນການເດີນທາງ ເປັນໄລຍະ ທາງກວ່າ 7 ກິໂລແມັດ.

 

ການເດີນທາງ ສາມາດ ຕໍ່ລົດສອງແຖວຈາກທ່າແຂກ (ຄິວລົດຫລັກ2) ຂຶ້ນໄປທາງ ເລກທີ 13ໃຕ້ສູ່ບ້ານທາງແບ່ງ ຈາກບ້ານທາງແບ່ງໃຫ້ຕໍ່ລົດ ສອງແຖວສາຍທາງແບ່ງຫລັກ ຊາວແລ້ວລົງບ້ານນາຫີນ.

 

ຈາກ ບ້ານນາຫີນ ສາມາດ ຂີ່ລົດ ສອງແຖວໄປທີ່ຖ້ຳໂດຍ ໃຊ້ເວລາ ປະມານ 4-5ຊົ່ວ ໂມງ (ໄລຍະທາງເກືອບ 200 ກິໂລ ແມັດຈາກທ່າແຂກ).