ວັນທີ 3 ມັງກອນ 2024 ນີ້ ທ່ານ ພັນໂທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫລວດຈະລາຈອນ ໄດ້ລາຍງານວ່າ: ແຂວງທີ່ມີອຸບັດເຫດເກີດຂຶ້ນຫລາຍກວ່າໝູ່ຄື:
ນະຄອນຫລວງວຽງຈັນ ອຸບັດເຫດເກີດ 18 ລາຍ, ເສຍຊິວິດ 6 ຄົນ.
ແຂວງ ຈຳປາສັກ 17 ລາຍ, ບໍ່ມີຜູ້ເສຍຊິວິດ.
ແຂວງ ວຽງຈັນ 16 ລາຍ, ເສຍຊິວິດ 3 ຄົນ.
ແຂວງ ສະຫວັນນະເຂດ 13 ລາຍ, ບໍ່ມີຜູ້ເສຍຊີວິດ.
ແຂວງ ຄຳມ່ວນ 11 ລາຍ, ເສຍຊິວິດ 3 ຄົນ.
ແຂວງ ອັດຕະປື 10 ລາຍ, ເສຍຊີວິດ1 ຄົນ.
ແຂວງ ບໍລິຄຳໄຊ 10 ລາຍ, ເສຍຊີວິດ 2 ຄົນ.
ແຂວງ ຫລວງພະບາງ 10 ລາຍ, ບໍ່ມີຜູ້ເສຍຊີວິດ.
ແຂວງ ຫລວງນ້ຳທາ 8 ລາຍ, ເສຍຊີວິດ 2 ຄົນ.
ແຂວງ ຫົວພັນ 7 ລາຍ, ບໍ່ມີຜູ້ເສຍຊີວິດ.
ແຂວງ ສາລະວັນ 6 ລາຍ, ບໍ່ມີຜູ້ເສຍຊີວິດ.
ແຂວງ ບໍ່ແກ້ວ 5 ລາຍ, ບໍ່ມີຜູ້ເສຍຊີວິດ.
ແຂວງ ຊຽງຂວາງ 4 ລາຍ, ເສຍຊີວິດ 1 ຄົນ.
ແຂວງ ຜົ້ງສາລີ 4 ລາຍ, ເສຍຊີວິດ 1 ຄົນ.
ແຂວງ ໄຊຍະບູລີ 4 ລາຍ, ເສຍຊີວິດ 1 ຄົນ.
ແຂວງ ເຊກອງ 3 ລາຍ, ບໍ່ມີຜູ້ເສຍຊີວິດ.
ແຂວງ ໄຊສົມບູນ 1 ລາຍ, ບໍ່ມີຜູ້ເສຍຊີວິດ.
ແຂວງ ອຸດົມໄຊ 1 ລາຍ ບໍ່ມີຜູ້ເສຍຊີວິດ.
ສຳລັບ ສາເຫດທີ່ພາໃຫ້ເກີດອຸບັດເຫດ ຍ້ອນຜູ້ຂັບຂີ່ບໍ່ປະຕິບັດຕາມກົດລະບຽບຈະລາຈອນວາງອອກຢ່າງເຄັ່ງຄັດ ເປັນຕົ້ນ ດື່ມສິ່ງມຶນເມົາແລ້ວຂັບລົດ, ຂັບລົດໄວເກີນກຳນົດ, ປ່ຽນທິດທາງກະທັນຫັນ, ແຊງບໍ່ຮັບປະກັນ, ບໍ່ຮັກສາໄລຍະຫ່າງ ແລະ ອື່ນໆ.