​ນາ​ຍົກ​ ຈະ​ເດີນທາງ​ຢ້ຽມ​ຢາມ ສ​ສ ຫ​ວ​ຽດ​ນາມ ໃນວັນທີ 6-7 ມັງກອນ 2024 ເພື່ອເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຂອງ​ສ​ອງ​ປະ​ເທດ

ອີງ​ຕາມ​ແຈ້ງການກະຊວງການຕ່າງປະເທດ ໃຫ້​ຮູ້​ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມ ນິຍົມ ຫວຽດນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຈະເດີນທາງໄປຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 6-7 ມັງກອນ 2024 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມ.