ນະຄອນຫລວງວຽງຈັນ ຮັບຮອງແຜນຄຸ້ມຄອງນ້ຳໃຕ້ດິນ ເພື່ອໃຊ້ນ້ຳໃຫ້ມີຄວາມຍືນຍົງ

ກອງປະຊຸມ ຮັບຮອງແຜນຄຸ້ມຄອງນໍ້າໃຕ້ດິນ ຢູ່ນະຄອນຫລວງວຽງຈັນ ໄດ້ດຳເນີນໄປໃນ ວັນທີ 27 ທັນວາ 2023 ຜ່ານມາ, ທີ່ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ, ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເປັນປະທານຮ່ວມ.
ທັງນີ້ເພື່ອກໍານົດບັນຫາລວມ ກ່ຽວກັບນໍ້າໃຕ້ດິນ, ສ້າງແຜນການ 5 ປີ ກ່ຽວກັບການຄຸ້ມຄອງ ແລະ ແກ້ໄຂບັນຫານໍ້າໃຕ້ດິນ ແລະ ກໍານົດແຜນການຈັດຕັ້ງປະຕິບັດ, ຫລຸດຜ່ອນ ແລະ ຕິດຕາມກວດກາ ເພື່ອຄຸ້ມຄອງນ້ຳໃຕ້ດິນ. ສຳລັບແຜນຄຸ້ມຄອງນໍ້າໃຕ້ດິນໃຫ້ສອດຄ່ອງກັບບັນດານະໂຍບາຍ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເມືອງ. ໃນນັ້ນ, ລວມມີແຜນພັດທະນາຂອງຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອເປັນການສົ່ງເສີມ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກຳອື່ນ ທີ່ກ່ຽວຂ້ອງ, ຮັບປະກັນການນໍາໃຊ້ນໍ້າໃຕ້ດິນໃຫ້ໄປຕາມທິດສີຂຽວ ແລະ ມີຄວາມຍືນຍົງ ສາມາດຕອບສະໜອງໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ປະກອບສ່ວນໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໃຫ້ດີຂຶ້ນເທື່ຶອລະກ້າວ.

