ຟີຟາ ສັ່ງລົງໂທດ ອັລລີ ຫ້າມລົງໃຫ້ ທີມຊາດອັງກິດ 1 ນັດ ກໍລະນີຊູນິ້ວກາງ

ສະຫະພັນບານເຕະນາໆຊາດ ຫຼື ຟີຟາ ສັ່ງລົງໂທດ ເດ ເລ ອັລລີ ກອງກາງທີມຊາດ ອັງກິດ ຂອງ ທັອດແນມ ຮັອດ ສະເປີ ຈຳນວນ 1 ນັດ ໃນຂໍ້ ຫາສະແດງພຶດຕິກຳບໍ່ເໝາະ ສົມ ດ້ວຍການຊູນິ້ວກາງລະ ຫວ່າງເກມບານໂລກ 2018 ຮອບຄັດເລືອກກັບ ສະໂລ ວາເກຍ ໄລຍະຕົ້ນເດືອນນີ້.
ຈາກການຕິດໂທດດັ່ງ ກ່າວເຮັດໃຫ້ ອັລລີ ຈະໝົດສິດ ລົງສະໜາມຊ່ວຍ ອັງກິດ ໃນ ເກມບານໂລກ 2018 ຮອບ ຄັດເລືອກກັບ ສະໂລວີເນຍ ໃນ ອາທິດໜ້າແນ່ນອນແລ້ວ ນອກຈາກນີ້ລາວເອງຕ້ອງ ຈ່າຍຄ່າປັບເປັນເງິນ 3.850 ປອນນຳອີກ.
ແນວໃດກໍຕາມ ຄະນະ ກຳມະການດ້ານວິໄນຂອງ ຟີ ຟາ ເຊື່ອວ່າ ອັລລີ ບໍ່ໄດ້ມີເຈນ ຕະນາຊູນິ້ວກາງໃສ່ກຳມະ ການຕາມທີ່ລາວຊີແຈ້ງກ່ອນໜ້ານີ້ ດ້ວຍການອ້າງວ່າລາວ ຊູນິ້ວໃຫ້ກັບ ໄຄ ວອກເກີ ອະ ດີດໝູ່ຮ່ວມສະໂມສອນ ແຕ່ວ່າ ການສະແດງກິລິຍາແບບນີ້ຜິດກົດຂໍ້ທີ 57 ຂອງ ຟີຟາ ເຮັດໃຫ້ ຕ້ອງມີບົດລົງໂທດຕາມມາດັ່ງກ່າວ.