ປີ 2023 ຜ່ານມາ ກົມງົບປະມານແຫ່ງລັດ ປັບປຸງຂັ້ນຕອນການເບີກຈ່າຍເງິນເດືອນ ມີຄວາມສະດວກວ່ອງໄວຂຶ້ນ

ວັນທີ 27 ທັນວາ 2023ຜ່ານມາ, ກົມງົບປະມານແຫ່ງລັດ ກະຊວງການເງິນ ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດສຸມປະຈຳປີ 2023 ແລະ ຜ່ານທິດທາງແຜນການວຽກຈຸດສຸມ ປີ 2024.

ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ກ່າວວ່າ:ເພື່ອ ສະຫລຸບຕີລາຄາຄືນໃນການ ຈັດຕັ້ງປະຕິບັດວຽກງານ ຂອງບັນດາໜ້າວຽກຕົວຈິງໃນໄລຍະຜ່ານມາ ພ້ອມທັງເປັນການນຳສະເໜີ ແລະ ຍົກເອົາບາງຜົນສຳເລັດທີ່ມີລັກສະນະພົ້ນເດັ່ນເພື່ອຖອດຖອນບົດຮຽນ, ຊຸກຍູ້ສົ່ງເສີມຜົນສຳເລັດດັ່ງກ່າວ, ທັງເປີດໂອກາດໃຫ້ບັນດາພະແນກການ ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນໃນບາງບັນຫາ ເພື່ອສົ່ງເສີມດ້ານດີ ເປັນຕົົ້ນແມ່ນໃຫ້ເອົາໃຈໃສ່ຄົ້ນຄວ້າກົນໄກນຳໃຊ້ເງິນເກີນແຜນພາຍໃຕ້ຄວາມຖືກຕ້ອງສອດຄ່ອງ ຕາມລະບຽບກົດໝາຍ, ເອົາໃຈໃສ່ຄົ້ນຄວ້າ ສັງລວມພາລະບົດບາດ ໜ້າທີ່ຮັບຜິດຊອບຂອງແຕ່ລະພະແນກ ໃຫ້ສາມາດບຸກທະລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້, ຊອກຫາຄວາມເປັນຈິງ ຂອງຈຸດອ່ອນຂໍ້ຄົງຄ້າງ ທັງໃນໂຕ ແລະ ນອກໂຕ ເພື່ອແກ້ໄຂປັບປຸງ ເຮັດໃຫ້ວຽກງານງົບປະມານແຫ່ງລັດ ມີຄວາມສະດວກ ວ່ອງໄວ ໂປ່ງໃສ ສາມາດກວດກາໄດ້.

ສຳລັບວຽກງານປິ່ນອ້ອມຕິດພັນກັບວາລະແຫ່ງຊາດ ແມ່ນໄດ້ສຳເລັດການຫັນການເບີກຈ່າຍເງິນເດືອນຜ່ານບັດເອທີເອັມ, ສຳເລັດການປະຕິຮູບປັບປຸງຂັ້ນຕອນການເບີກຈ່າຍເງິນເດືອນໃຫ້ມີຄວາມສະດວກ ວ່ອງໄວຂື້ນກວ່າເກົ່າ.