ໄອຍະການ ລາວ-ຈີນ ແລກປ່ຽນຖອດຖອນບົດຮຽນວຽກງານໄອຍະການປະຊາຊົນ ຢູ່ ສປ ຈີນ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປ ຈີນ ໃນວັນທີ 26-30 ທັນວາ 2023, ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ຖອດຖອນບົດຮຽນວຽກງານໄອຍະການ ຢູ່ອົງການໄອຍະການປະຊາຊົນ ນະຄອນເສີນເຈີນ, ນະຄອນຈູ່ຮາຍ ແຂວງ ກວາງຕຸງ ສປ ຈີນ.

ການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນໄດ້ພົບປະແລກປ່ຽນບົດຮຽນ ກັບຄະນະຜູ້ແທນອົງການໄອຍະການປະຊາຊົນ ນະຄອນເສີນເຈີນ, ນະຄອນຈູ່ຮາຍ ແຂວງກວາງຕຸງ ສປ ຈີນ ກ່ຽວກັບການຕິດຕິດຕາມກວດກາທົ່ວໄປ, ການຕິດຕາມກວດກາການດໍາເນີນຄະດີແພ່ງ, ການຕິດຕາມ ກວດກາການດໍາເນີນຄະດີປົກຄອງ, ການແບ່ງຂັ້ນຄຸ້ມຄອງ ໃນການຕິດຕາມກວດກາການດໍາເນີນຄະດີຂອງອົງການໄອຍະການປະຊາຊົນ, ຄວາມຮັບຜິດຊອບຂອງ ພະນັກງານໄອຍະການປະຊາຊົນໃນການອອກຄຳສັ່ງ, ຄຳຖະແຫລງ, ໝາຍຮຽກ, ໝາຍເຊີນ, ການໃຫ້ຄໍາປຶກສາ ທາງດ້ານກົດໝາຍແກ່ປະຊາຊົນ, ການພົບປະປະຊາຊົນ, ການປະຕິບັດໂທດທາງອາຍາ, ໂທດປັບໃໝ, ຄ່າເສຍຫາຍທາງແພ່ງ, ການຕິດຕາມກວດກາອົງການສືບສວນ-ສອບສວນ, ການສັ່ງຟ້ອງໂດຍກົງ, ການໂຕ້ຖຽງໃນທີ່ປະຊຸມສານ, ການຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານ, ການກໍ່ສ້າງ ແລະ ບຳລຸງພະນັກງານ ແລະ ບັນຫາອື່ນຈໍານວນໜຶ່ງ.

ການແລກປ່ຽນບົດຮຽນດັ່ງກ່າວ, ແມ່ນເປັນໄປຕາມບົດບັນທຶກຊ່ວຍຈຳທີ່ ຄະນະນໍາອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນ ແຫ່ງ ສປ ຈີນ ໄດ້ລົງນາມຮ່ວມກັນໃນປີນີ້, ເປັນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງສອງພັກ, ສອງລັດ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ຮ່ວມອຸດົມການສັງຄົມນິຍົມ ຕາມທິດໝັ້ນຄົງ-ຍາວນານ, ນໍາເອົາບົດຮຽນດັ່ງກ່າວ ມາພັດທະນາວຽກງານໄອຍະການປະຊາຊົນ ຂອງ ສປປ ລາວ ຢ່າງແຂງແຮງ ຕາມທິດກ້າວໜ້າ ແລະ ທັນສະໄໝ ຢ່າງບໍ່ຢຸດຢັ້ງ.