ສ້າງເງື່ອນໄຂໃນການກະກຽມຈັດຕັ້ງສະມາຄົມໝໍພອນ ຫລື ມີການຈັດຕັ້ງໃດໜຶ່ງຄຸ້ມຄອງໝໍພອນໃນຕໍ່ໜ້າ

ວັນທີ 28 ທັນວາ 2023, ກົມສາສະໜາ ສູນກາງແນວລາວສ້າງຊາດ ຮ່ວມກັບ ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບພິທີກໍາທາງພຸດທະສາສະໜາ ເປັນປະທານໂດຍ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ແລະ ພະອາຈານໃຫຍ່ ມະຫາເວດ ມະເສໄນ ຮອງປະທານ ສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການສະເໜີເອກະສານກ່ຽວຂ້ອງກັບພິທີສຳຄັນທາງພຸດທະສາສະໜາ ແລະ ຄວາມໝາຍຄວາມສໍາຄັນຂອງ ຜູ້ເປັນໝໍພອນ ແລະ ສີລາວັດ ຊຶ່ງມີ 4 ເອກະສານຄື: ບົດບາດສໍາຄັນຂອງອຸບາສົກ-ອຸບາສິກາ ຕໍ່ພິທີກໍາທາງພຸດທະສາສະໜາໃນປາງບຸນຕ່າງໆ ບົດບາດຄວາມສໍາຄັນຂອງສີລະວັດຕໍ່ພິທີກໍາທາງພຸດທະສາສະໜາໃນ ສປປ ລາວ; ບົດຄວາມສໍາຄັນຂອງພິທີກໍາທາງພຸດທະສາສະໜາ ໃນ ສປປ ລາວ ແລະ ບົດຮຽນການສົ່ງເສີມ ແລະ ປະກວດໝໍພອນ; ໃນນີ້, ຍັງໄດ້ປຶກສາຫາລື ແລກປ່ຽນປະສົບການ, ບົດຮຽນການເຄື່ອນໄຫວຂອງ ໝໍພອນ ແລະ ສາສະນະພິທີ ຢູ່ໃນຂອບເຂດທົ່ວປະເທດ: ເພື່ອຄົ້ນຄ້ວາ ປຶກສາຫາລື ຊອກຫາວິທີການສົ່ງເສີມ ເສີມຂະຫຍາຍດ້ານທີ່ຕັ້ງໜ້າ ແລະ ພ້ອມທັງຊອກວິທີການແກ້ໄຂ ປັບປຸງ ບັນດາຂໍ້ຄົງຄ້າງ ແລະ ຫາງສຽງຕ່າງໆ ຂອງສັງຄົມ ແນໃສ່ປັບປຸງໃຫ້ມີຄວາມສອດຄ່ອງກັບຍຸກສະໄໝ ແລະ ສະພາບເງື່ອນໄຂປັດຈຸບັນ.
ທ່ານ ຈັນເພັງ ສຸດທິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມຄັ້ງນີ້ ຊຶ່ງເປັນຂີດໝາຍສໍາຄັນທາງພຸດທະສາສະໜາໃນປັດຈຸບັນ ທີ່ຕິດພັນກັບການດໍາລົງຊີວິດຂອງຄົນລາວ ແລະ ຄວາມເຊື່ອຮີດຄອງປະເພນີຂອງບັນດາເຜົ່າໂດຍສະເພາະແມ່ນຮີດ 12, ຄອງ 14 ຂອງພຸດທະສາສະນິກະຊົນລາວ ທີ່ຕິດພັນກັບພຸດທະສາສະໜາ, ການເຊື່ອຖືຮີດຄອງເກົ່າແກ່ ແລະ ພິທີກໍາມາແຕ່ບູຮານຂອງປະຊາຊົນລາວບັນດາເຜົ່າ. ການບາສີສູ່ຂວັນ ເປັນພິທີກໍາອັນໜຶ່ງຂອງຊົນເຜົ່າລາວ, ທີ່ສືບທອດກັນມາແຕ່ບູຮານນະການ ແລະ ເປັນພິທີກໍາທີ່ມີຄວາມໝາຍສໍາຄັນຢ່າງຍິ່ງຕໍ່ວິຖີຊີວິດຂອງປະຊາຊົນລາວໃນເມື່ອກ່ອນ ແລະ ໃນປັດຈຸບັນພິທີສູ່ຂວັນຈັດຂຶ້ນຢ່າງກວ້າງຂວາງ ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນຕື່ມວ່າ: ການຈັດຕັ້ງງານບຸນທາງພຸດທະສາສະໜາໃນຕໍ່ໜ້າສົມຄວນຈະແຍກອອກເປັນແຕ່ລະລະດັບຕາມຄວາມເໝາະສົມເປັນຕົ້ນ: ລະດັບທາງການ, ລະດັບຊາດ ແລະ ລະດັບສາມັນທົ່ວໄປ, ລະດັບທ້ອງຖິ່ນ; ພິທີທາງພຸດທະສາສະໜາ ຄວນມີຂະບວນທີ່ລຽບງ່າຍ, ບໍ່ຟຸມເຟືອຍ, ບໍ່ຫຍຸ້ງຍາກ; ໃນຕໍ່ໜ້າຄວນຈະມີການແຕ່ງຕັ້ງຄະນະຮັບຜິດຊອບ, ສ້າງລະບຽບການ ຂໍ້ກໍານົດ ຫຼື ຄູ່ມືກ່ຽວກັບສາສະໜາພິທີຂອງງານຕ່າງໆ; ສ້າງເງື່ອນໄຂ ໃນການກະກຽມຈັດຕັ້ງເປັນສະມາຄົມໝໍພອນ ຫຼື ໃຫ້ມີການຈັດຕັ້ງໃດໜຶ່ງຄຸ້ມຄອງໝໍພອນໃນຕໍ່ໜ້າ.

