ນະຄອນຫລວງວຽງຈັນ ແຕ່ງຕັ້ງໜ່ວຍງານລົງເຄື່ອນໄຫວຕິດຕາມ ກວດກາເພື່ອຄຸ້ມຄອງລາຄາສິນຄ້າ ໄລຍະບຸນປີໃໝ່ສາກົນ

ເພື່ອຮັບປະກັນຄາລາສິນຄ້າ ບໍ່ໃຫ້ມີການເໜັງຕີງ ຫລື ສວຍໂອກາດ ຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ໃນໂອກາດສະເຫລີມສະຫລອງສົ່ງທ້າຍປີເກົ່າ ຄສ 2023 ແລະ ຕ້ອນຮັບປີໃໝ່ສາກົນ ຄສ 2024, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ (ນວ) ໄດ້ວາງມາດຕະການຄວບຄຸມລາຄາສິນຄ້າຢ່າງເຂັ້ມງວດ ໂດຍໄດ້ແຕ່ງຕັ້ງໜ່ວຍງານລົງເຄື່ອນໄຫວຕິດຕາມ,  ກວດກາເພື່ອຄຸ້ມຄອງລາຄາຢູ່ບັນດາຕະຫລາດ, ຮ້ານຂາຍເຄື່ອງ ຢູ່ 4 ເມືອງໃນຄື: ເມືອງສີສັດຕະນາກ, ໄຊເສດຖາ, ຈັນທະບູລີ ແລະ ສີໂຄດຕະບອງ ເຊິ່ງເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ວັນທີ 29 ທັນວາ 2023 ຈົນເຖິງວັນທີ 1 ມັງກອນ 2024.

ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ລາຍງານໃຫ້ຮູ້ໃນວັນທີ 28 ທັນວາ 2023 ວ່າ: ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງຈັນ ໄດ້ອອກແຈ້ງການໃຫ້ບັນດາຫົວໜ່ວຍຜູ້ປະກອບການ, ຊາວຄ້າຂາຍ ຫ້າມກັກຕຸນສິນຄ້າ ແລະ ສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ໃນໄລຍະສະຫລອງບຸນປີໃໝ່ສາກົນ ຄສ 2024 ຈົນຮອດບຸນປີໃໝ່ຂອງຊາວຫວຽດນາມ ແລະ ຊາວຈີນ. ນອກຈາກນີ້, ຍັງໄດ້ເຮັດບົດບັນທຶກຮ່ວມກັບເຈົ້າຂອງຕະຫລາດແຫ່ງຕ່າງໆ ເພື່ອໃຫ້ລະດົມຊາວຄ້າຂາຍມາຂາຍເຄື່ອງເປັນປົກກະຕິ, ພ້ອມທັງຫ້າມບໍ່ໃຫ້ຂຶ້ນລາຄາສິນຄ້າ, ຫ້າມກັກຕຸນສິນຄ້າຢ່າງເດັດຂາດ ໂດຍສະເພາະປະ ເພດຊີ້ນ, ພືດຜັກ ແນໃສ່ຮັບປະກັນຄວາມພຽງພໍທາງດ້ານສະບຽງອາຫານ, ຮັບປະກັນຄຸນນະພາບ ແລະ ຂາຍເປັນປົກກະຕິ.

ທ່ານ ນັນຕາ ສານຸວົງ ຍັງໃຫ້ຮູ້ອີກວ່າ: ປັດຈຸບັນ ເຫັນວ່າມີຫາງສຽງຈົ່ມວ່າ ຂອງຜູ້ບໍລິໂພກ ກ່ຽວກັບບັນຫາຊື້ສິນຄ້າທີ່ຊັ່ງບໍ່ເຕັມຕາຊິງ ຂອງຕະຫລາດຈຳນວນໜຶ່ງ ໃນນະຄອນຫລວງວຽງຈັນ ຕໍ່ກັບຫາດັ່ງກ່າວ, ໄດ້ແນະນຳໃຫ້ຜູ້ບໍລິໂພກ ຖ້າຫາກບໍ່ໝັ້ນໃຈໃນຜະລິດຕະພັນທີ່ຕົນເອງຊື້ ກ່ອນຈະອອກຈາກຕະຫລາດ ຄວນຊັ່ງຊິງກາງຂອງຕະ ຫລາດທີ່ຈັດສັນໃຫ້, ຖ້າພົບເຫັນມີສະພາບການຂາຍບໍ່ເຕັມຕາຊິງ ສະເໜີໃຫ້ຕິດຕໍ່ເຈົ້າໜ້າທີ່ກ່ຽວຂ້ອງໂດຍດ່ວນ. ຂະນະດຽວກັນ, ກໍໄດ້ຮຽກຮ້ອງໃຫ້ ແມ່ຄ້າຊາວຂາຍ ໃຫ້ມີຈັນຍາບັນ, ຈັນຍາທຳ, ຂາຍເຄື່ອງດ້ວຍຄວາມບໍລິສຸດໃຈ ແລະ ຊື່ສັດບໍລິສຸດຕໍ່ລູກຄ້າ ຂາຍຕາມລາຄາທີ່ຕະຫລາດກຳນົດໄວ້ ຫ້າມສວຍໃຊ້ໂອກາດ ປັບຂຶ້ນລາຄາສິນຄ້າຕາມລຳພັງໃຈ.