ມອບລົດຈັກ 11 ຄັນ ທີ່ເກັບກູ້ຄືນໄດ້ຈາກຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ

ວັນທີ 27 ທັນວາ 2023, ກອງບັນຊາການ ປກສ ເມືອງໄຊ ແຂວງອຸດົມໄຊ ໄດ້ມອບລົດຈັກ 11 ຄັນ ທີ່ເກັບກູ້ຄືນໄດ້ຈາກຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ.
ຮອ ຄອນສັກ ອໍລະວົງ ຮອງພະແນກຕຳຫລວດ ປກສ ເມືອງໄຊ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ລົດຈັກທີ່ນຳມາມອບຄືນເຈົ້າຂອງເດີມໃນຄັ້ງນີ້ມ ມີ 10 ຄັນ ແມ່ນທ້າວ ຕູ່ຢ່າ ອາຍຸ 35 ປີ ປະຊາຊົນ ຢູ່ບ້ານໂພນສະຫວ່າງ ລັກໄປຂາຍຢູ່ເຂດ ບ້ານນໍ້າຖ້ວມ ເມືອງນໍ້າບາກ ແຂວງຫລວງພະບາງ ເຊິ່ງ ທ້າວ ຕູ່ຢ່າຖືກກັກຕົວໃນວັນທີ 25 ຕຸລາ 2023 ແລະ ອີກ 1ຄັນ ເກັບກູ້ໄດ້ຢູ່ບ້ານພູຂຽວ ເມືອງໄຊ ແຂວງອຸດົມ
ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກຄົນໃນທົ່ວສັງຄົມຈົ່ງພ້ອມກັນຍົກສູງສະຕິລະວັງຕົວ ບໍ່ໃຫ້ຖືເບົາເອົາງ່າຍ, ເປັນເຈົ້າການຄຸ້ມຄອງປົກປັກຮັກສາຊັບສິນຂອງຕົນເອງໃຫ້ມີຄວາມຮັບປະກັນ ແລະ ປອດໄພ ເພື່ອບໍ່ໃຫ້ເກີດຊ່ອງຫວ່າງ ແກ່ກຸ່ມຄົນບໍ່ດີທີ່ເຄື່ອນໄຫວລັກຊັບ.

