ການຄ້າເມືອງແອດ ຈູດທຳລາຍສິນຄ້າຫ້າມນຳເຂົ້າ ແລະ ສິນຄ້າໝົດອາຍຸ

ວັນທີ 27 ທັນວາ 2023, ຄະນະຮັບຜິດຊອບກວດກາ ສິນຄ້າຫ້າມນຳເຂົ້າ ແລະ ສິນຄ້າເຊື່ອມຄຸນ ໝົດອາຍຸການນຳໃຊ້ ເມືອງແອດ ແຂວງຫົວພັນ ໄດ້ທຳລາຍສິນຄ້າຫ້າມນຳເຂົ້າ ແລະ ສິນຄ້າໝົດອາຍຸ
ທີ່ຢຶດມາໄວ້ ປະກອບມີ: ເຂົ້າໜົມ, ນໍ້າຫວານ, ໝີ່, ນົມງົວ, ແພມເພີດເດັກນ້ອຍ, ສະບູກ້ອນ ແລະ ຮອນດັອກ ມາຈູດທຳລາຍຖິ້ມ.

ທັງນີ້ກໍເພື່ອສະກັດກັ້ນການຈຳໜ່າຍເຄື່ອງບໍລິໂພກທີ່ເປັນພິດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ.