ປີ 2023 ແຂວງຜົ້ງສາລີ ມີຄອບຄົວພົ້ນທຸກ 21.305 ຄອບຄົວ

ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງແຂວງ ປີ 2023 ແລະ ແຜນການ ປີ 2024 ຢູ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II ໃນວັນທີ 27 ທັນວາ 2023 ວ່າ: ໃນປີ 2023 ເສດຖະກິດຂອງແຂວງຂະຫຍາຍຕົວຫລາຍກວ່າ 8 % ລື່ນແຜນການປີຫລາຍກວ່າ 25%, ລວມຍອດຜະລິດຕະພັນພາຍໃນສະເລ່ຍໃສ່ຫົວຄົນ ບັນລຸ 18 ລ້ານກີບ ຫລື ປະມານ 892 ໂດລາ;  ຊຸຸກຍູ້, ສົ່ງເສີມດຶງດູດແຫລ່ງທຶນຕ່າງໆ ເຂົ້າໃສ່ການປະຕິບັດແຜນການ, ໂຄງການໃນປີ 2023 ໄດ້ທັງໝົດ 769ຕື້ກວ່າກີບ,  ການຂຸດຄົ້ນລາຍຮັບລວມໄດ້ຫລາຍກວ່າ 483ຕື້ກີບ ໄດ້ລື່ນແຜນການ ,ການປະຕິບັດລາຍຈ່າຍຫລາຍກວ່າ 372 ຕື້ກີບ ໂດຍຖືເອົາການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍເປັນບູລິມະສິດ; ສຸມໃສ່ແກ້ໄຂຄວາມທຸກຍາກໃຫ້ປະຊາຊົນຢູ່ 128 ບ້ານ, 7.000 ກວ່າຄອບຄົວ ໃນ 7 ເມືອງ ດ້ວຍການມອບຄວາມຮັບຜິດຊອບໃຫ້ບັນດາພະແນກການ.

ສຳລັບການປະເມີນຕາມດໍາລັດ 348/ລບ ມີບ້ານແລະຄອບຄົວພົ້ນທຸກ 163 ບ້ານ ແລະ 2 ໝື່ນ1.000 ກວ່າຄອບຄົວ ແລະ ຍັງມີບ້ານທຸກ 344 ບ້ານ, ກວມເກືອບ 68 % ຂອງຈໍານວນບ້ານທົ່ວແຂວງ ທຽບໃສ່ປີ 2022 ຫລຸດລົງ 10 ບ້ານ ແລະ ຄອບຄົວຍັງບໍ່ພົ້ນທຸກມີ 15.400 ກ່ວາຄອບຄົວ ທີ່ໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າໃຫ້ສຳເລັດ.