ກົມຕຳຫລວດຄຸມຂັງ-ດັດສ້າງ ປະກາດອະໄພຍະໂທດ ປ່ອຍຕົວນັກໂທດ 1.600 ກວ່າຄົນ

ວັນທີ 28 ທັນວາ 2023, ກົມຕຳຫລວດຄຸມຂັງ-ດັດສ້າງ ກະຊວງ ປກສ ຈັດພິທີປະກາດອະໄພຍະໂທດ ປ່ອຍຕົວນັກໂທດ ຜູ້ທີມີຄວາມກ້າວໜ້າ ມີຄວາມບຸກບືນຫ້າວຫັນໃນການຝຶກຝົນຫລໍ່ຫລອມຕົນເອງ, ທັງໝົດ 1.600 ກວ່າຄົນ, ຍິງ 238 ຄົນ. ໃນນີ້, ຄົນຕ່າງປະເທດ 16 ຄົນ, ຫລຸດຜ່ອນໂທດຕະຫລອດຊີວິດ ມາເປັນໂທດມີກໍານົດ 20 ປີ ໃຫ້ແກ່ນັກໂທດ 4 ຄົນ, ອະໄພຍະໂທດປ່ອຍຕົວ ທັງໝົດ 222 ຄົນ, ຍິງ 38 ຄົນ, ຄົນຕ່າງປະເທດ 3 ຄົນ. ສະເພາະຄ້າຍຄຸມຂັງ ຕານປ່ຽວ ປະກາດອະໄພຍະໂທດປ່ອຍຕົວທັງໝົດ 39 ຄົນ, ຍິງ 7 ຄົນ.
ໂອກາດນີ້, ພົຕ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຄະນະກຳມະການອະໄພຍະໂທດຂັ້ນກະຊວງປ້ອງກັນຄວາມສະຫງົບ ໄດ້ໂອ້ລົມຕໍ່ນັກໂທດຜູ້ທີ່ໄດ້ຮັບການປ່ອຍຕົວກັບສູ່ການດຳລົງຊີວິດປົກກະຕິຮ່ວມກັບສັງຄົມ ແລະ ຄອບຄົວຂອງຕົນແລ້ວຕ້ອງໄດ້ເອົາໃຈໃສ່ຄື: ເປັນພົນລະເມືອງດີຂອງຊາດ, ຮູ້ຮັກລະບອບໃໝ່ ລະບອບປະຊາທິປະໄຕ ຄືກັນກັບຮັກຊີ ວິດຂອງຕົນເອງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາພັດທະນາສັງຄົມ ແລະ ຄອບຄົວຂອງຕົນເອງໃຫ້ກາຍເປັນຄອບຄົວວັດທະນະທຳ, ຄອບຄົວມີຄວາມສະຫງົບ ແລະ ມີການຜະລິດ, ສ້າງເສດຖະກິດ ມີຄວາມເຂັ້ມແຂງດ້ວຍຄວາມຊື່ສັດສຸດຈະລິດ ແລະ ຖືກຕ້ອງຕາມລະບຽບກົດໝາຍ ພ້ອມທັງມີການປະຢັດມັດທະຍັດ, ຕ້ານການຫລິ້ນກິນຟຸມເຟືອຍ ແລະ ການດຳລົງຊີວິດແບບບໍ່ຖືກຕ້ອງ; ເປັນເຈົ້າການຕ້ານທຸກປາກົດການຫຍໍ້ທໍ້ຂອງສັງຄົມ ເປັນຕົ້ນການຄ້າຂາຍ, ການຂົນສົ່ງ, ການຜະລິດ ແລະ ການເສບຢາເສບຕິດ, ການຂີ້ລັກງັດແງະ, ປຸ້ນຈີ້, ຊີງຊັບ, ຂົ່ມຂືນທໍາສໍາເລົາ, ການຄ້າມະນຸດ ແລະ ອື່ນໆ ທີ່ຜິດຕໍ່ລະບຽບກົດໝາຍ ພ້ອມກັນນັ້ນ ຕ້ອງມີສະຕິເປັນເຈົ້າຕົນເອງ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ແລະ ປະຕິບັດພັນທະຂອງພົນລະເມືອງຢ່າງຄົບຖ້ວນ, ເປັນຫູເປັນຕາໃຫ້ແກ່ເຈົ້າໜ້າທີ່ ໃນການຊອກຮູ້ຜູ້ທີ່ເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ເພື່ອມີວິທີການແກ້ໄຂທັນກັບສະພາບການ; ສືບຕໍ່ສຶກສາຮໍ່າຮຽນເຊື່ອມຊຶມແນວທາງນະໂຍບາຍອັນຖືກຕ້ອງ, ເປັນທໍາຂອງພັກ, ສະຕິເຄົາລົບກົດໝາຍຂອງລັດຢ່າງເຂັ້ມງວດ ເດັດຂາດບໍ່ໄປກະທຳຜິດອີກຄັ້ງໃໝ່.

