ປກສ ແຂວງຫລວງນ້ຳທາ ແຈ້ງຫ້າມຈູດໝາກກະໂພກ, ຈູດພຸ ຫລື ດອກໄມ້ໄຟ ທີ່ສົ່ງສຽງເນືອງນັ່ນສ້າງຄວາມບໍ່ສະຫງົບຢ່າງເດັດຂາດ

ວັນທີ 25 ທັນວາ 2023, ປກສ ແຂວງຫລວງນ້ຳທາ ໄດ້ອອກແຈ້ງການ ຫ້າມບໍ່ໃຫ້ນຳເຂົ້າ, ຈຳໜ່າຍ, ຈູດໝາກກະໂພກ, ຈູດພຸ ຫລື ດອກໄມ້ໄຟ ແລະ ອື່ນໆ ທີ່ສົ່ງສຽງເນືອງນັນ ແລະ ສ້າງຄວາມບໍ່ສະຫງົບໃນສັງຄົມຢ່າງເດັດຂາດ, ເພື່ອເຮັດໃຫ້ການສະເຫລີມສະຫລອງປີໃໝ່ສາກົນ, ຂອງປະຊາຊົນລາວບັນດາເຜົ່າ ແລະ ພົນລະເມືອງຕ່າງປະເທດທີ່ມາອາໃສຢູ່ ແຂວງຫລວງນໍ້າທາ ໃຫ້ມີບັນຍາກາດມ່ວນຊືນ, ພ້ອມທັງຮັກສາໄດ້ຮີດຄອງປະເພນີ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຮອບດ້ານຂອງສັງຄົມ, ຖ້າຫາກພົບເຫັນມີການລະເມີດຈະໄດ້ສຶກສາອົບຮົມ-ກ່າວເຕືອນ, ຖ້າຫາກຮ້າຍແຮງແມ່ນຈະຖືກດໍາເນີນຄະດີຕາມລະບຽບ-ກົດໝາຍ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນ ເພື່ອຊາບ ແລະ ພ້ອມກັນປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

