ຊຳລະຄ່າໄຟທາງ online – ແນວໂນ້ມໃນອະນາຄົດ

ປ່ຽນຈາກການຊຳລະເງິນແບບດັ່ງເດີມ, ໂດຍຫັນມາໃຊ້ Umoney ທີ່ຈະຊ່ວຍໃຫ້ທ່ານຈ່າຍຄ່າໄຟແບບອອນລາຍໄດ້ງ່າຍໆ ແລະ ວ່ອງໄວ

  1. ຂໍ້ດີໃນການຈ່າຍເງິນຄ່າໄຟຟ້າທາງອອນລາຍ

ດ້ວຍການພັດທະນາໃນຍຸກເຕັກໂນໂລຢີດິຈິຕອນທີ່ປ່ຽນແປງຢ່າງໄວວາ, ທ່ານບໍ່ພຽງແຕ່ສາມາດເຮັດທຸລະກໍາແບບປົກກະຕິເທົ່ານັ້ນ,​ ປັດປະຈຸບັນທ່ານສາມາດຊໍາລະຄ່າບິນລາຍເດືອນຜ່ານສະມາດໂຟນໄດ້ຢ່າງສົມບູນແບບໂດຍບໍ່ຕ້ອງເດີນທາງໄປຫາບ່ອນຈ່າຍເງິນ ຫຼື ໃຊ້ເງິນສົດໂດຍກົງ. ຂໍ້ດີທີ່ໂດດເດັ່ນຂອງການຈ່າຍເງິນຄ່າໄຟອອນລາຍລວມມີ:

ປະຫຍັດເວລາ ແລະ ຄ່າໃຊ້ຈ່າຍໃນການເດີນທາງ

ເມື່ອປຽບທຽບກັບວິທີການຊໍາລະແບບດັ້ງເດີມ, ເຊິ່ງທ່ານຕ້ອງຫຍຸ້ງຍາກກວດກາຈຳນວນເງິນ ຫຼື ແລກປ່ຽນເງິນສົດເພື່ອຈ່າຍຄ່າໄຟ ຊິ່ງເຮັດໃຫ້ເສຍເວລາ ແລະ ເສຍແຮງ. ຍິ່ງໄປກວ່ານັ້ນ, ສໍາລັບລູກຄ້າທີ່ຢູ່ຫ່າງໄກ, ພວກເຂົາຕ້ອງເສຍຄ່າໃຊ້ຈ່າຍເພື່ອເດີນທາງໄປບ່ອນຈ່າຍເງິນ ຫຼື ແລ່ນໄປມາລະຫວ່າງທະນາຄານພຽງສະເພາະຕ້ອງໄປຈ່າຍຄ່າບິນ. ດັ່ງນັ້ນ, ການນໍາໃຊ້ຄອມພິວເຕີ ຫຼື ສະມາດໂຟນທີ່ມີການເຊື່ອມຕໍ່ອິນເຕີເນັດເພື່ອສຳລະ ແມ່ນວິທີທີ່ງ່າຍດາຍທີ່ສຸດ, ສະດວກ ແລະ ທັນສະໄຫມ.

ຄວາມສະດວກໃນການສຳລະ

ໃນປັດຈຸບັນ, ເວລາຊໍາລະອອນລາຍ, ທ່ານສາມາດລວມໃບບິນ ແລະ ສາມາດຈ່າຍໃນເວລາດຽວກັນໄດ້ທຸກເວລາໃນລະຫວ່າງມື້ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປຫາຈຸດເກັບເງິນທີ່ແຕກຕ່າງກັນ ແລະ ຕ້ອງໄປຕາມເວລາທາງລັດຖະການ ແລະ ຕ້ອງຈ່າຍເງິນສົດ.

ຫມົດຄວາມກັງວົນໃນການຕ້ອງຖືກຕັດໄຟໃນທຸກໆເດືອນ

ໃນກໍລະນີທີ່ທ່ານບໍ່ຢູ່ ຫຼື ບໍ່ສາມາດໄປຈ່າຍເງິນຢູ່ເຄົາເຕີ້ບໍລິການ, ການຈ່າຍຄ່າໄຟອອນລາຍຈະຊ່ວຍຫຼີກເວັ້ນກໍລະນີຖືກຕຫດໄຟເມື່ອທ່ານຈ່າຍຄ່າບໍລິການບໍ່ຄົບ.

ຫຼຸດຜ່ອນຄວາມກັງວົນກ່ຽວກັບການຄຸ້ມຄອງເງິນສົດ

ການຈ່າຍເງິນທາງອອນລາຍ ສາມາດຊ່ວຍໃຫ້ທ່ານຫຼຸດຜ່ອນຄວາມກັງວົນຂອງທ່ານໃນການຈັດການເງິນສົດ. ເຊິ່ງເຫັນໄດ້ວ່າການເກັບສົດຫຼາຍເກີນໄປໃນ ເຮັດໃຫ້ຄວບຄຸມລາຍຮັບລາຍຈ່າຍເກີດຄວາມຫຍຸ້ງຍາກຍາກ. ນອກຈາກນັ້ນ, ການເກັບຮັກສາເງິນສົດຈໍານວນຫຼາຍອາດຈະບໍ່ປອດໄພ. ດັ່ງນັ້ນ, ການຈ່າຍໃບບິນຄ່າໄຟອອນລາຍຊ່ວຍໃຫ້ທ່ານຄວບຄຸມ ແລະ ຈັດການການໃຊ້ຈ່າຍຂອງທ່ານໄດ້ດີຂຶ້ນ, ຮັກສາຄວາມປອດໄພ ແລະ ເຮັດທຸລະກໍາງ່າຍຂຶ້ນ.

  1. ປະຈຸບັນຮູບແບບການຊຳລະຄ່າໄຟຟ້າທາງອອນລາຍທີ່ເປັນທີ່ນິຍົມມີແບບໃດແດ່?

ໃນປັດຈຸບັນ, ທ່ານສາມາດຈ່າຍຄ່າໄຟອອນລາຍໃນຮູບແບບດັ່ງຕໍ່ໄປນີ້:

– ຈ່າຍໄຟຟ້າອອນລາຍຜ່ານ ewallet

ໃນປັດຈຸບັນ, ການຈ່າຍເງິນຜ່ານ e-wallets ຄ່ອຍໆໄດ້ຮັບຄວາມນິຍົມຍ້ອນຄວາມສະດວກສະບາຍ, ເຊື່ອມໂຍງເຂົ້າກັບແອັບຊື້ເຄື່ອງຈໍານວນຫຼາຍ ແລະ ໄດ້ຮັບການແຈ້ງເຕືອນການຈ່າຍເງິນຄ່າໄຟ. ພິເສດ, ບາງແອັບຍັງມີໄດ້ຈັດແຄມເປຼນໃຫ້ລູກຄ້າໃຊ້ລະຫັດສ່ວນຫຼຸດ ຫຼື ການຄືນເງິນໃຫ້ກັບລູກຄ້າ.

ເພື່ອຈ່າຍຄ່າໄຟ, ທ່ານຈໍາເປັນຕ້ອງດາວໂຫລດແອັບ e-wallet ທີ່ທ່ານຕ້ອງການໃຊ້ ແລະ ເຊື່ອມຕໍ່ທະນາຄານ. ຫຼັງຈາກນັ້ນ, ທ່ານສາມາດນໍາໃຊ້ການບໍລິການຊໍາລະອອນລາຍທີ່ງ່າຍດາຍໄດ້.

– ຈ່າຍໄຟຟ້າອອນລາຍຜ່ານທະນາຄານ

ມີ 4 ວິທີຊຳລະຄ່າໄຟແບບອອນລາຍຜ່ານທາງທະນາຄານຄື:

– ໂອນເງິນໃຫ້ບໍລິສັດໄຟຟ້າ

ລູກຄ້າສາມາດຊອກຫາຈໍານວນໃບບິນແລ້ວໂອນໃຫ້ບໍລິສັດໄຟຟ້າ. ເລກບັນຊີມັກຈະຖືກບັນທຶກໄວ້ໃນສ່ວນຄໍາແນະນໍາການຈ່າຍເງິນຢູ່ໃນເວັບໄຊທ໌ຂອງບໍລິສັດໄຟຟ້າ.

– ການຫັກຫນີ້ສິນອັດຕະໂນມັດ

ລູກຄ້າສາມາດເຂົ້າໄປທີ່ເວັບໄຊທ໌ຂອງທະນາຄານ ຫຼື ໄປທີ່ເຄົາເຕີການເຮັດທຸລະກໍາເພື່ອລົງທະບຽນການຫັກຫນີ້ສິນອັດຕະໂນມັດ. ຫຼັງຈາກລົງທະບຽນແລ້ວ, ທະນາຄານຈະຫັກໃບບິນຄ່ານ້ຳອອກຈາກບັນຊີຂອງທ່ານທຸກໆເດືອນໂດຍອັດຕະໂນມັດໂດຍບໍ່ຈຳເປັນຕ້ອງມີການຢືນຢັນ.

ວິທີການຊໍາລະເງິນນີ້ແມ່ນສະດວກຫຼາຍສໍາລັບຜູ້ທີ່ “ມັກລືມ”. ຢ່າງໃດກໍຕາມ, ຂໍ້ເສຍກໍ່ຄື ທ່ານຕ້ອງຮັບປະກັນວ່າມີເງິນໃນບັນຊີຕະຫລອດເພື່ອໃຫ້ສາມາດຊໍາລະຈໍານວນທີ່ກໍານົດໄວ້.

– ຊໍາລະຄ່າໄຟຟ້າອອນລາຍຜ່ານ Internet Banking

ລູກຄ້າຈໍາເປັນຕ້ອງລົງທະບຽນສໍາລັບ Internet Banking ແລະ ເປີດໃຊ້ຢູ່ໃນເວັບໄຊທ໌ຂອງທະນາຄານເພື່ອໃຫ້ສາມາດໃຊ້ບໍລິການນີ້ໄດ້. ອີງຕາມແຕ່ລະທະນາຄານ, ມີວິທີການຊໍາລະທີ່ແຕກຕ່າງກັນ, ແຕ່ຂັ້ນຕອນທົ່ວໄປສາມາດລະບຸໄວ້ຄື:

  • ເຂົ້າໄປຫາຫນ້າ web
  • ເຂົ້າສູ່ລະບົບ
  • ເລືອກສຳລະໃບບິນ
  • ເລືອກໃບບິນຄ່າໄຟ
  • ປ້ອນລະຫັດລູກຄ້າຂອງຕົນເອງ
  • ເລືອກຢືນຢັນ
  • ປ້ອນ OTP ທີ່ສົ່ງມາຍັງໂທລະສັບຂອງທ່ານ

 ຊໍາລະຜ່ານ Mobile Banking

ສໍາລັບ Mobile Banking, ລູກຄ້າສາມາດຊໍາລະຜ່ານແອັບທະນາຄານທີ່ເຂົາເຈົ້າກໍາລັງໃຊ້ພຽງແຕ່ສອງສາມຂັ້ນຕອນດັ່ງຕໍ່ໄປນີ້:

  • ເຂົ້າໄປທີ່ແອັບ mobile banking
  • ເຂົ້າສູ່ລະບົບ
  • ເລືອກສຳລະຄ່າໄຟ
  • ເລືອກບໍລິສັດໄຟຟ້າ
  • ປ້ອນລະຫັດລູກຄ້າຂອງຕົນເອງ
  • ປ້ອນ OTP ທີ່ສົ່ງມາຍັງໂທລະສັບຂອງທ່ານ

ຢ່າງໃດກໍ່ຕາມ, ວິທີການຊໍາລະຂ້າງເທິງທັງຫມົດມີຂໍ້ດີແລະຂໍ້ເສຍຂອງຕົນເອງ. ດ້ວຍການໂອນເງິນຜ່ານທະນາຄານຫຼື Internet Banking, Mobile Banking, ທ່ານຈໍາເປັນຕ້ອງຈື່ຄ່າທໍານຽມ ແລະ ກໍານົດເວລາການຈ່າຍເງິນເພື່ອຫຼີກເວັ້ນການຊຳລະຊ້າ ແລະ ເຮັດໃຫ້ຖືກຕັດໄຟ. ສໍາລັບການຫັກເງິນອັດຕະໂນມັດ, ທ່ານຈໍາເປັນຕ້ອງໃຫ້ແນ່ໃຈວ່າມີຍອດເງິນພຽງພໍຢູ່ໃນບັນຊີຂອງທ່ານສະເຫມີ. ຊັ້ນ, ທ່ານຈະເລືອກວິທີໃດຈິ່ງຈະເປັນວິທີທີ່ງ່າຍ ແລະ ສະດວກທີ່ສຸດ?

ທ່ານບໍ່ຈຳເປັນຕ້ອງຊອກຫາວິທີອື່ນໆອີກຕໍ່ໄປ, Unitel ໄດ້ເປີດຕົວຟັງຊັ່ນການຊໍາລະໃບບິນອອນລາຍ, ຊ່ວຍໃຫ້ທ່ານຊໍາລະໃບບິນຄ່າໄຟອອນລາຍໄດ້ຢ່າງງ່າຍດາຍ ແລະ ວ່ອງໄວ. ດັ່ງນັ້ນສິ່ງທີ່ເຮັດໃຫ້ຟັງຊັ່ນນີ້ໂດດເດັ່ນແມ່ນຫຍັງ?

ไม่มีคำอธิบาย

  1. ຈ່າຍໃບບິນຄ່າໄຟອອນລາຍດ້ວຍເງິນ U-money

ດ້ວຍການພັດທະນາເຕັກໂນໂລຢີດິຈິຕອນ, ແອັບຈ່າຍເງິນອອລາຍໄດ້ຖືກສ້າງຂື້ນມາເພື່ອສົ່ງເສີມຄວາມກ້າວຫນ້າທາງດ້ານສັງຄົມ, ເຊັ່ນດຽວກັນກັບການປະຫຍັດຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນສໍາລັບຜູ້ໃຊ້. ດັ່ງນັ້ນ, ການຈ່າຍເງິນອອນລາຍແມ່ນຫນຶ່ງໃນວິທີການທີ່ໃຊ້ຫຼາຍທີ່ສຸດໃນປັດຈຸບັນ

ເພື່ອຮອງຮັບບັນຫາສຳລັບຜູ້ທີ່ມີເວລາໄປສະຖານທີ່ເຮັດທຸລະກໍາ ຫຼື ຮ້ານສະດວກຊື້ເພື່ອຊໍາລະໃບບິນຄ່າສາທາລະນູປະໂພກ, U-money ສະເໜີຄຸນສົມບັດການຊໍາລະເງິນອຸປະໂພກຕ່າງໆອອນລາຍເພື່ອຊ່ວຍຜູ້ໃຊ້ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ປະຫຍັດເວລາ.

– ຂໍ້ດີຈາກການຈ່າຍຄ່າໄຟຟ້າ ແລະ ຄ່ານ້ຳອອນລາຍຜ່ານ Umoney

ไม่มีคำอธิบาย

ແອັບ U-money ເປັນລະບົບນິເວດທາງດ້ານການເງິນດິຈິຕອນທີ່ສ້າງຂຶ້ນໂດຍບໍລິສັດ Unitel ໂດຍມີຈຸດປະສົງສະຫນອງຄວາມຕ້ອງການທີ່ຈຳເປັນໃນຊີວິດປະຈໍາວັນເຊັ່ນ: ການໂອນເງິນ, ເຕີມບັດ ແລະ ການຈ່າຍເງິນໃບບິນຄ່າໄຟຟ້າ ແລະ ນ້ຳ, ຄ່າຮຽນ, ແລະ ອື່ນໆ..

  • Supper app
    • ຮອງຮັບຟິວເຈີແບບຄົບຖ້ວນ, ຖືວ່າເປັນລະບົບນິເວດທາງດ້ານການເງິນດິຈິຕອນທີ່ສົມບູນແບບ ແລະ ຄົບຖ້ວນ.
    • ນອກ​ນັ້ນ, ​ທ່ານ​ຍັງ​ສາ​ມາດ​ນໍາໃຊ້ແອັບຈ່າຍຖ່າບິນຕ່າງໆ, ເປີດບັດ, ເງິນ​ຝາກ​ປະ​ຢັດ​, ຊື້ເຄື່ອງ​, … ພ້ອມກັບໂປຼໂມຊັ່ນທີ່​ຫນ້າ​ສົນ​ໃຈ​​.
  • ໃຊ້ງ່າຍ
    • ການອອກແບບທີ່ລຽບງ່າຍ ແລະ ໃຊ້ງານງ່າຍ
    • ລະບົບນິເວດທາງດ້ານການເງິນ U-money ສາມາດສະຫນອງຕໍ່ຜູ້ໃຊ້ທຸກເລກຫມາຍ.
    • ສາມາດລົງທະບຽນໄດ້ຫຼາຍກວ່າ 200,000 ຈຸດບໍລິການເພື່ອເຮັດທຸລະກຳ ທີ່ແຈກຢາຍທົ່ວແຂວງ/ນະຄອນ ໂດຍບໍ່ຕ້ອງມີບັນຊີທະນາຄານ.
  • ສະດວກສະບາຍ
    • ລະບົບລູແລລູກຄ້າແບບອອນລາຍ 24/7 ຊ່ວຍແກ້ໄຂຂໍ້ຄ້ອງໃຈຂອງລູກຄ້າທີ່ກ່ຽວຂ້ອງກັບແຕ່ລະຟັງຊັນແລະ ການໃຊ້ງານພາຍໃນແອັບຍ  U- money
    • ສາມາດໃຊ້ໄດ້ກັບໂທລະສັບທຸກລຸ້ນ ໂດຍບໍ່ຕ້ອງມີ Internet ຫຼື Smartphone.

ນອກຈາກນີ້, U-money ຍັງໄດ້ຈັດແຄມເປຼນຫຼຸດລາຄາທີ່ໜ້າສົນໃຈໃຫ້ກັບລູກຄ້າທີ່ຈ່າຍຄ່າໄຟຟ້າ ແລະ ນໍ້າປະປາທາງອອນລາຍເປັນຄັ້ງທຳອິດໃນແອັບພລິເຄຊັນ. ດາວໂຫຼດແອັບ U-money ຕອນນີ້ເລີຍ ເພື່ອມີໂອກາດເປັນເຈົ້າຂອງຂໍ້ສະເໜີສຸດພິເສດເຫຼົ່ານີ້!

ไม่มีคำอธิบาย

#Umoney  #ສຳລະຄ່າໄຟອອນລາຍ  #unitel #umoney #laosedu #laotv