ກົມອຸຕຸນິຍົມ ແລະ ອຸທົກກະສາດ ຈາກສູນຂ່າວສານແຜ່ນດິນໄຫວ ແຫ່ງຊາດລາວ ລາຍງານວ່າ: ເວລາ 04:59 ໂມງ ວັນທີ 27 ທັນວາ 2023 ໄດ້ພົບສັນຍານເກີດແຜ່ນດິນໄຫວພາຍໃນປະເທດ ຈໍານວນ 1 ຄັ້ງ ໃນບໍລິເວນແຂວງຫລວງພະບາງ ເຊິ່ງຈຸດສູນກາງແຜ່ນດິນໄຫວ ຢູ່ທີ່ບໍລິເວນ ເມືອງນານ ແຂວງຫລວງພະບາງ ຄວາມແຮງສັ່ນສະເທືອນ ວັດແທກໄດ້ 2.5 ຣິກເຕີ, ມີຄວາມເລິກຈາກເທິງໜ້າດິນປະມານ 3 ກິໂລແມັດ (Km) ຫ່າງຈາກເທສະບານເມືອງນານ ປະມານ 19 Km.
ເຫດແຜ່ນດິນໄຫວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.