ແຂວງຄຳມ່ວນ ຫ້າມນໍາໃຊ້ງົບປະມານລັດ ຈັດງານລ້ຽງ ແລະ ຊື້ກະຕ່າຂອງຂວັນ ໃນປີໃໝ່ 2024 ເຂົ້າອວຍພອນການນໍາ

ວັນທີ 22 ທັນວາ 2023, ຫ້ອງວ່າການແຂວງຄຳມ່ວນ ໄດ້ອອກແຈ້ງການສະບັບເລກທີ 1069/ຫວຂ ກ່ຽວກັບການຈັດງານສະເຫລີມສະຫລອງ ສົ່ງທ້າຍປີເກົ່າ 2023, ຕ້ອນຮັບປີໃໝ່ 2024 ແລະ ງານບຸນປີໃໝ່ຫວຽດນາມ 2024 ໃຫ້ທຸກພາກສ່ວນເອົາໃຈໃສ່ຈັດຕັ້ງປະຕິບັດຄື:

1. ສໍາລັບປີໃໝ່ສາກົນ ປີ 2024 ກົງກັບວັນຈັນ, ວັນທີ 1 ມັງກອນ 2024 ແມ່ນໄດ້ກໍານົດເປັນວັນພັກທາງລັດຖະການ.

2. ໃນໂອກາດສົ່ງທ້າຍປີເກົ່າ 2023 ແລະ ຕ້ອນຮັບປີໃໝ່ 2024 ທີ່ຈະມາເຖິງນີ້ ຫ້າມບໍ່ໃຫ້ສໍານັກງານອົງການລັດນໍາໃຊ້ງົບປະມານຂອງລັດເຂົ້າໃນການຈັດງານລ້ຽງ, ງານສັງສັນ, ການຈັດຊື້ກະຕ່າຂອງຂວັນ, ກະຕ່າດອກໄມ້ ແລະ ອື່ນໆ ເຂົ້າອວຍພອນການນໍາຂອງແຂວງ, ຂອງເມືອງ ແລະ ບັນດາພະແນກການ-ອົງການຂອງຕ່າງໆ ອ້ອມຂ້າງແຂວງ.ເພື່ອໃຫ້ສອດຄ່ອງກັບນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍ ຂອງພັກ-ລັດຖະບານ, ທັງເປັນການຫລຸດຜ່ອນການໃຊ້ຈ່າຍບໍລິຫານທີ່ບໍ່ຈໍາເປັນ.

3. ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ສົມທົບພາກສ່ວນກ່ຽວຂ້ອງເອົາໃຈໃສ່ໃນການຕິດຕາມກວດກາ, ຄຸ້ມຄອງລາຄາສິນຄ້າ ອຸປະໂພກ-ບໍລິໂພກ ຕາມທ້ອງຕະຫລາດຢ່າງເຂັ້ມງວດ.

4. ໃຫ້ພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ປະສານສົມທົບກັບ ກອງບັນຊາການ ປກສ ແຂວງ ເອົາໃຈໃສ່ຕິດຕາມ, ກວດກາ ການນໍາເຂົ້າ, ຈໍາໜ່າຍ, ຄອບຄອງ, ນໍາໃຊ້ ແລະ ຈຸດບັ້ງກະໂພກ, ດອກໄມ້ໄຟ, ໂຄມໄຟລອຍຟ້າ ເຊິ່ງຈະສົ່ງສຽງນອງນັນ ເຮັດໃຫ້ສັງຄົມແຕກຕື່ນ ແລະ ອາດຈະພາໃຫ້ເກີດອັກຄີໄພ ສ້າງຜົນເສຍຫາຍໃຫ້ ແກ່ຊີວິດ, ຊັບສິນ ຂອງລັດ ແລະ ປະຊາຊົນ. ກໍລະນີມີການລະເມີດ ໃຫ້ເຈົ້າຫນ້າທີ່ຕໍາຫລວດ, ສະຫງົບສຸກ, ກອງຫລອນ ດໍາເນີນມາດຕະການຕາມລະບຽບກົດໝາຍຢ່າງເຂັ້ມງວດ.

5. ໃຫ້ກອງບັນຊາການ ປກສ ແຂວງ ສົມທົບ ກັບ ອົງການປົກຄອງເມືອງ, ອົງການປົກຄອງຂັ້ນບ້ານ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ໃນການຮັກສາຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ.

6. ໃຫ້ບັນດາສໍານັກງານ, ອົງການ ໃນທົ່ວແຂວງເອົາໃຈໃສ່ຊີ້ນໍາການປ້ອງກັນ, ຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສໍານັກງານ, ອົງການຂອງຕົນ ໃຫ້ມີການແຕ່ງຕັ້ງ, ແປງຄວາມຮັບຜິດຊອບໃຫ້ພະນັກງານຕິດຕາມ, ກວດກາ, ເວນຍາມຕະຫລອດ 24 ຊົ່ວໂມງ ໃນໄລຍະພັກປີໃໝ່ ແລະ ໃຫ້ສາມາດປະສານງານໄດ້ຢ່າງປົກກະຕິ.