ກວດພົບຮ້ານອາຫານ-ຮ້ານບັນເທີງ ຢູ່ເມືອງສີໂຄດຕະບອງ ແລະ ນາຊາຍທອງ ລະເມີດລະບຽການຫລາຍຮ້ານ

ວັນທີ 16 ທັນວາ 2023 ຜ່ານມາ, ຄະນະຮັບຜິດຊອບຕິດຕາມ, ກວດກາ ແລະ ແກ້ໄຂສຽງເນືອງນັນໃນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງຢູ່ນະຄອນຫລວງວຽງຈັນ (ນວ) ຈຸທີ 4 ຮັບຜິດຊອບເຂດເມືອງສີໂຄດຕະບອງ, ນາຊາຍທອງ ແລະ ສັງທອງ ໄດ້ລົງກວດກາຮ້ານອາຫານ-ຮ້ານບັນເທີງ ລະເມີດລະບຽການຄື: ຮ້ານແອບແຊບ ບ້ານບົວ ເມືອງນາຊາຍທອງ ເປີດບໍລິການກາຍເວລາ 23:00 ໂມງ; ຮ້ານກິນ-ດື່ມ ບ້ານຫ້ວຍນໍ້າເຢັນ ເປີດບໍລິການກາຍເວລາ, ເປີດສຽງເພງດັງເກີນຂອບເຂດ ແລະ ບໍ່ມີໃບອະນຸຍາດດໍາເນີນທຸລະກິດ; ຮ້ານອາຫານແສງຈັນ ບ້ານນາຊາຍເໜືອ ເປີດບໍລິການກາຍເວລາກໍານົດ.

ສ່ວນເມືອງສີໂຄດຕະບອງ ໄດ້ລົງກວດກາຮ້ານອາຫານ 5 ດາວ ບ້ານອູບມຸງ; ຮ້ານຄາຣາໂອເກະຊັ່ງຈຽງ; ຮ້ານຄາຣາໂອເກະມາລີນາ ບ້ານໜອງປາໄນ ແລະ ຮ້ານບັນເທີງສາຍຄາຮົ່ມເຢັນ ບ້ານ ຂຸນຕາທົ່ງ, ເຊິ່ງບັນດາຮ້ານດັ່ງກ່າວ ໄດ້ເປີດບໍລິການກາຍເວລາທີ່ກໍານົດໃຫ້, ດັ່ງນັ້ນຄະນະຮັບຜິດຊອບ ຈຶ່ງໄດ້ເຮັດບົດບັນທຶກປັບໄໝຕາມລະບຽບ ພ້ອມທັງໄດ້ອອກໜັງສືເຊີນໃຫ້ເຈົ້າຂອງທຸລະກິດ ໄປເສຍຄ່າປັບໄໝຢູ່ກອງບັນຊາການ ປກສ ນວ.

ສໍາລັບຮ້ານອາຫານ ແລະ ຮ້ານບັນເທີງທີ່ລະເມີດລະບຽບການ ຄັ້ງທີ 1 ຈະກ່າວເຕືອນ ແລະ ປັບໄໝ ຄັ້ງທີ 2 ສັ່ງໃຫ້ຢຸດກິດຈະການ 1 ເດືອນ ພ້ອມທັງຢຶດເຄື່ອງສຽງ ແລະ ຕິດປ້າຍປະກາດຮ້ານຜິດກົດໝາຍ ສ່ວນຄັ້ງທີ 3 ຈະລົບລ້າງໃບອະນຸຍາດດໍາເນີນທຸລະກິດ.