ປະທານປະເທດ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຍີ່ປຸ່ນຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ວັນທີ 23 ທັນວາ 2023 ທີ່ສຳນັກງານຫ້ອງວ່າການສູນກາງພັກ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຊິອິ ຄາຊູໂອະ ປະທານ ຄະນະບໍລິຫານງານ ພັກກອມມູນິດຍີ່ປຸ່ນ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 22-24 ທັນວາ 2023.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ​ຢ່າງ​ອົບ​ອຸ່ນ​ ຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະ ເຊິ່ງເປັນການຢ້ຽມຢາມຄັ້ງທໍາອິດ, ອັນໄດ້ເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຍີ່ປຸ່ນ ກໍຄື ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ; ພ້ອມທັງໄດ້ແຈ້ງສະພາບພົ້ນເດັ່ນຂອງ ພັກ-ລັດ ລາວ ໃຫ້ຄະນະຊາບ ໂດຍສະເພາະ ຜົນສໍາເລັດໃນການຈັດຕັ້ງຜັັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງ ພັກ ປປ ລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ການປະຕິບັດ 2 ວາລະແຫ່ງຊາດ ເຊິ່ງເປັນວຽກຈຸດສຸມ ແລະ ສືບຕໍ່ໃນປັດຈຸບັນ. ພ້ອມນັ້ນກໍຍັງໄດ້ແຈ້ງໃຫ້ຝ່າຍຍີ່ປຸ່ນ ຊາບກ່ຽວກັບຜົນສໍາເລັດໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງພັກ-ລັດ ລາວ ໃນໄລຍະຜ່ານມາ ກໍຄື ການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ຫວັງວ່າ ພັກກອມມູນິດຍີ່ປຸ່ນ ຈະສະໜັບສະໜູນການເປັນປະທານອາຊຽນດັ່ງກ່າວ ຂອງ ສປປ ລາວ. ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ພາລະກິດປະຕິວັດຂອງ ພັກ ປປ ລາວ ໃນເມື່ອກ່ອນ ກໍຄື ການສ້າງສາພັດທະນາປະເທດຊາດຂອງ ສປປ ລາວ ໃນປັດຈຸບັນ.

ໃນໂອກາດດັ່ງກ່າວ, ທ່ານ ຊິອິ ຄາຊູໂອະ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງ ໄດ້ແຈ້ງໃຫ້ຊາບ ສະພາບພົ້ນເດັ່ນພາຍໃນພັກກອມມູນິດຍີ່ປຸ່ນ ເປັນຕົ້ນແມ່ນ ຜົນສຳເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 28 ຂອງພັກ ໃນໄລຍະຜ່ານມາ ໂດຍສະເພາະ ໄດ້ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ແກ່ ປະຊາຊົນ ຊາວຜູ້ອອກແຮງງານຍີ່ປຸ່ນ ໃຫ້ມີວຽກເຮັດງານທໍາ, ການສ້າງພະນັກງານການນໍາໜຸ່ມນ້ອຍ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວຕ່າງໆຂອງພັກ ຕາມມະຕິຂອງຂອງປະຊຸມໃຫຍ່ ຄັ້ງທີ 28 ໄດ້ວາງອອກ; ແຈ້ງໃຫ້ຊາບກ່ຽວກັບການຂຸ້ນຂ້ຽວກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ 29 ຂອງພັກ ໃນຕົ້ນປີ 2024 ແລະ ບາງເນື້ອໃນສໍາຄັນທີ່ຈະຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງທີ 29 ຂອງພັກ ໂດຍສະເພາະ ແຜນການພັດທະນາສັງຄົມ ບົນພື້ນຖານຄວາມສາມັກຄີ ຂອງສະມາຊິກພັກ ແລະ ປະຊາຊົນພາຍໃນປະເທດຍີ່ປຸ່ນ ເພື່ອສ້າງສັງຄົມຍີ່ປຸ່ນໃຫ້ຈະເລີນຮຸ່ງເຮືອງ. ພ້ອມນັ້ນ, ກໍຍັງໄດ້ສະແດງຄວາມຊົມເຊີຍບັນດາຜົນສໍາເລັດໃນດ້ານຕ່າງໆ ທີ່ປະຊາຊົນລາວ ພາຍໃຕ້ການນໍາພາ ຂອງ ພັກປະຊາຊົນ ປະຕິວັດລາວ ຍາດມາໄດ້ໃນການສ້າງສາ ພັດທະນາປະເທດຊາດ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ, ຍິນດີສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ພັກກອມມູນິດຍີ່ປຸ່ນ ແລະ ພັກປະຊາຊົນ ປະຕິວັດລາວ ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໂດຍສະເພາະ ການຊ່ວຍເຫລືອລາວເກັບກູ້ລະເບີດບໍ່ທັນແຕກ ຢູ່ ສປປ ລາວ ແລະ ອື່ນໆ, ອວຍພອນການເປັນປະທານໝູນວຽນອາຊຽນ ຂອງ ສປປ ລາວ ໃນປີ 2024.

ສອງຝ່າຍ ຕີລາຄາສູງຕໍ່ອຸດົມການຂອງທັງສອງພັກ ໂດຍຍຶດໝັ້ນແນວທາງປົກປັກຮັກສາສັນຕິພາບ ເພື່ອສ້າງສະພາບແວດລ້ອມທີ່ອຳນວຍໃຫ້ແກ່ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ; ຍິນດີສືບຕໍ່ເພີ່ມທະວີການພົວພັນຮ່ວມມື ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ສອງພັກ ໂດຍສະເໜີໃຫ້ມີ ການຄົ້ນຄວ້າສ້າງຕັ້ງກົນໄກການແລກປ່ຽນ ແລະ ການຮ່ວມມື ລະຫວ່າງ ສອງພັກ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ຍີ່ປຸ່ນ-ລາວ, ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ ໃຫ້ນັບມື້ຫລາຍຂຶ້ນ.