ປະກາດແຂວງຫົວພັນ ເປັນແຂວງຢຸດຕິການຖ່າຍຊະຊາຍ ເຊິ່ງເປັນແຂວງທີ 4 ຂອງ ສປປ ລາວ

ວັນທີ 22 ທັນວາ 2023, ແຂວງຫົວພັນ ຈັດພິທີປະກາດແຂວງຢຸດຕິການຖ່າຍຊະຊາຍ ໂດຍການເຂົ້າຮ່ວມຂອງທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ແລະ ທ່ານ ປອ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ.
ທ່ານ ດຣ ວິລະພອນ ພົມວົງສີ ຫົວໜ້າພະແນກສາທາລະນະສຸກແຂວງໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດການສ້າງແຂວງຫົວພັນເປັນແຂວງຢຸດຕິການຖ່າຍຊະຊາຍ ປະຈຳປີ 2023 ເຊິ່ງໄດ້ຍົກໃຫ້ເຫັນສະພາບລວມ, ຂັ້ນຕອນ ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດ ວຽກງານສົ່ງເສີມການຊົມໃຊ້ວິດຖ່າຍໂດຍເລີ່ມຈາກບ້ານ ແລະ ເມືອງ ທົ່ວແຂວງມີ 54.369 ຄົວເຮືອນ; ໃນນີ້ຄົວເຮືອນທີ່ມີວິດຖ່າຍເປັນຂອງຕົນເອງ 52.669 ຄົວເຮືອນ ເທົ່າກັບ 96.8%, ຄົວເຮືອນທີ່ຍັງໃຊ້ວິດຖ່າຍຮ່ວມນໍາພີ່ນ້ອງມີທັງໝົດ 636 ຄົວເຮືອນ ເທົ່າກັບ 1,16% ໂຮງຮຽນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍ ຈຳນວນ 644 ມີວິດຖ່າຍຊົມໃຊ້ 100% ພ້ອມນີ້ 10 ເມືອງທົ່ວແຂວງກໍໄດ້ຮັບຮອງເປັນເມືອງຢຸດຕິການຖ່າຍຊະຊາຍສຳເລັດ ຜ່ານການປະເມີນຜົນຕົວຈິງເຫັນວ່າຄົບຖ້ວນຕາມມາດຖານ ແລະ ເງື່ອນໄຂ ເພື່ອຮັບຮອງເປັນແຂວງຢຸດຕິການຖ່າຍຊະຊາຍ; ຄຽງຄູ່ກັນນີ້ກໍ່ຍັງມີຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າເປັນຕົ້ນ: ຄະນະກຳມະການຮັບຜິດຊອບຂັ້ນບ້ານ ເຖິງວ່າໄດ້ຮັບການເຝິກອົບຮົມ ແລະ ແຕ່ງຕັ້ງແລ້ວກໍຕາມແຕ່ຍັງມີບາງບ້ານບໍ່ທັນໄດ້ເຄື່ອນໄຫວຕາມສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນຢ່າງເຕັມເມັດເຕັມໜ່ວຍ ເຮັດໃຫ້ການຊີ້ນໍາຊ່ວຍເຫຼືອປະຊາຊົນຍັງບໍ່ທັນໄດ້ດີ, ຄວາມເປັນເຈົ້າການຂອງອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຈໍານວນໜຶ່ງໃນການສ້າງຂະບວນການອະນາໄມສາມສະອາດ, ການຮັກສາສິ່ງແວດລ້ອມ ແລະ ຄວາມຕື່ນຕົວເປັນເຈົ້າການໃນ ຮັກສາສຸຂະພາບ ໃນຊຸມຊົນຕົນເອງຍັງເຮັດບໍ່ທັນໄດ້ດີ ແລະ ຊິວິດການເປັນຢູ່ແບບທໍາມະຊາດບໍ່ທັນຖືກຫຼັກສຸຂະອະນາໄມ ສຳລັບທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ລົງໂຄສະນາວຽກງານສຸຂະສຶກສາໃຫ້ແກ່ປະຊາຊົນບັນດາເຜົ່າຮັບຮູ້ແລະເຂົ້າໃຈຢ່າງທົ່ວເຖິງ ໂດຍຖືເອົາການປ້ອງກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ,ການປິ່ນປົວເປັນສຳຄັນ ແລະ ຍຸດທະສາດຕາມ 8 ແຜນງານຂອງກະຊວງສາທາລະນະສຸກວາງອອກຢ່າງເປັນຮູບປະທຳ, ສືບຕໍ່ປັບປຸງຕາໜ່າງສາທາລະນະສຸກແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງເພື່ອຮັບປະກັນການບໍລິການສຸຂະພາບໃຫ້ແກ່ປະຊາຊົນຕາມນະໂຍບາຍ 5 ດີ 1 ພໍໃຈຂອງກະຊວງສາທາລະນະສຸກວາງອອກ ເພື່ອຮັກສານາມມະຍົດແຂວງຫົວພັນເປັນແຂວງຢຸດຕິການຖ່າຍຊະຊາຍໃຫ້ມີຄວາມຍືນຍົງຕະຫຼອດໄປ.
ໂອກາດນີ້, ກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສາທາລະນະສຸກສະບັບເລກທີ 4032 ລົງວັນທີ 11 ທັນວາ 2023 ວ່າດ້ວຍການຢັ້ງຢືນ ແລະ ຮັບຮອງເອົາແຂວງຫົວພັນ ເປັນແຂວງຢຸດຕິການຖ່າຍຊະຊາຍ ແຂວງທີ 4 ຂອງ ສປປ ລາວ ເປັນກຽດມອບໃບຢັ້ງຢືນໂດຍ ທ່ານ ດຣ ບຸນແສງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະທາລະນະສຸກ, ນີ້ກໍເພື່ອແນໃສ່ເຮັດໃຫ້ປະຊາຊົນບັນດາເຜົ່າພາຍໃນແຂວງຫົວພັນ ໄດ້ມີການຫັນປ່ຽນການດໍາລົງຊີວິດແບບທຳມະຊາດຄອງເດີມ ໄປສູ່ການດຳລົງຊີວິດທີ່ຖືກຫຼັກອານາໄມ 3 ສະອາດ ເພື່ອຮັບປະກັນໃຫ້ສຸຂະພາບຂອງປະຊາຊົນບັນດາເຜົ່າມີສຸຂະພາບດີຂຶ້ນ, ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງແຂວງໃຫ້ນັບມື້ກ້າວສູ່ຄວາມຈະເລີນ.

