ກະຊວງ ຍທຂ ເຜີຍແຜ່ຄໍາແນະນໍາການຂົນສົ່ງສິນຄ້າຂ້າມແດນດ້ວຍລະບົບທັນສະໄໝ

ວັນທີ 21 ທັນວາ 2023 ຜ່ານມາ ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດຂອງ ສປປ ລາວ (LITFA) ໄດ້ຈັດກອງປະຊຸມເຜີຍແຜ່ຄໍາແນະນໍາ ແລະ ການນໍາໃຊ້ແບບຟອມລະບົບການຄຸ້ມຄອງການຂົນສົ່ງສິນຄ້າ, ຕູ້ສິນຄ້າ ແລະ ເອກະສານຂົນສົ່ງສິນຄ້າດ້ວຍລະບົບຄຸ້ມຄອງການຂົນສົ່ງຂ້າມແດນເອເລັກໂຕຣນິກ ຢູ່ທີ່ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຫຼວງນໍ້າທາ ມີທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງກະຊວງ ຍທຂ ເປັນປະທານ, ມີທ່ານ ວົງສັກ ທໍາມະສອນ ຮອງຫົວໜ້າພະແນກ ຍທຂ ແຂວງ, ທ່ານ ສາຄອນ ພິລາງາມ ປະທານສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດຂອງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສາຄອນ ພິລາງາມ ໄດ້ເຜີຍແຜ່ຄໍາແນະນໍາ, ພາລະບົດບາດ, ສິດ, ໜ້າທີ່, ນິຕິກໍາຕ່າງໆຂອງສະມາຄົມ ( LITFA ) ຊຶ່ງສະມາຄົມສ້າງຕັ້ງຂຶ້ນເພື່ອຊຸກຍູ້ສົ່ງເສີມການຂົນສົ່ງ ແລະ ຈັດສົ່ງລະຫວ່າງປະ ເທດຂອງສປປ ລາວ ໃຫ້ເປັນເຄືອຂ່າຍມີຫຼາຍທາງເລືອກ, ກຳລັງແຮງ, ປະສິດທິຜົນ ແລະ ສາມາດເຊື່ອມໂຍງເຂົ້າກັບລະບົບການຂົນສົ່ງຂອງອາຊຽນ, ພາກພື້ນ ແລະ ສາກົນ ແລະ ຈັດສົ່ງລະຫວ່າງປະເທດ ຊຶ່ງມີພາລະບົດບາດເຕົ້າໂຮມ ແລະ ເປັນຕົວແທນໃຫ້ຜູ້ດໍາເນີນທຸລະກິດກ່ຽວກັບການຂົນສົ່ງ ແລະ ຈັດສົ່ງລະ ຫວ່າງປະເທດຕາມລະບຽບກົດໝາຍ, ກົດລະບຽບ ແລະ ຈັນຍາບັນວິຊາຊີບຂອງຕົນ ໃນການຈັດຕັ້ງປະຕິບັດໃນປັດຈຸບັນກໍຄືອະນາຄົດໃຫ້ນັບມື້ດີຂຶ້ນ.
ຈາກນັ້ນ, ໄດ້ເຜີຍແຜ່ໂປຣແກຣມຕິດຕາມການຂົນສົ່ງລົດເຂົ້າ-ອອກດ່ານສາກົນດ້ວຍລະບົບ CBTM ທີ່ໄດ້ກໍານົດຫຼັກການ, ວິທີການໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາການຂົນສົ່ງສິນຄ້າ, ຕູ້ສິນຄ້າ ແລະ ພາຫະນະຂົນສົ່ງສິນຄ້າຜ່ານດ່ານສາກົນທາງບົກ, ທາງນໍ້າ, ທາງລົດໄຟ ແລະ ທາງອາກາດດ້ວຍການໃຊ້ລະບົບ CBTM ໃຫ້ມີຄວາມສະດວກ, ວ່ອງໄວ, ສອດຄ່ອງຖືກຕ້ອງຕາມກົດໝາຍ ແລະ ລະບຽບການໂດຍການບັນທຶກ, ເກັບຮັກສາ ແລະ ລາຍງານຂໍ້ມູນການຂົນສົ່ງທາງລະບົບເອເລັກໂຕຣນິກ ຫຼື ພິມເອກະສານອອກຈາກລະບົບ ທັງນີ້ເພື່ອສົ່ງເສີມການລົງທຶນ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ, ການຂົນ ສົ່ງສິນຄ້າ ແລະ ໂລຈິສຕິກພາຍໃນ ແລະ ລະຫວ່າງປະເທດໃຫ້ເຂົ້າສູ່ລະບົບ.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈຕໍ່ລະບົບຕ່າງໆຂອງວຽກງານ ເພື່ອປຶກ ສາຫາລືແລກປ່ຽນບົດຮຽນ, ປະກອບຄໍາຄິດຄໍາເຫັນຮ່ວມກັນ ຊອກຫາວິທີທາງແກ້ໄຂໃນຕໍ່ໜ້າ ແລະ ສົ່ງເສີມການພັດທະນາຈຸດດີຂອງຂອດການບໍລິການ ອໍານວຍຄວາມສະດວກທາງດ້ານການຄ້າ, ການຄຸ້ມຄອງ, ຕິດ ຕາມ, ກວດກາການຂົນສົ່ງສິນຄ້າເຂົ້າສູ່ລະບົບທີ່ທັນສະໄໝ, ວ່ອງໄວໃນລະດັບສາກົນ.