ຍີ່ປຸ່ນ ປະກາດເຕືອນຫິມະຕົກໜັກ ຫລັງຄື່ນຄວາມເຢັນເຂົ້າປົກຄຸມ

ສຳນັກຂ່າວ NHK ຂອງປະເທດຍີ່ປຸ່ນ ລາຍງານ ວັນທີ 23 ທັນວາ 2023 ວ່າ: ຫລາຍພື້ນທີ່ຂອງຍີ່ປຸ່ນ ປະເຊີນກັບຫິມະຕົກໜັກ ຫລັງຈາກມວນອາກາດເຢັນເຄື່ອນຕົວເຂົ້າມາປົກຄຸມພື້ນທີ່, ໂດຍໜ່ວຍງານອຸຕຸນິນົມວິທະຍາຂອງຍີ່ປຸ່ນເຕືອນໃຫ້ປະຊາຊົນເຝົ້າລະວັງການເດີນທາງສັນຈອນ ເນື່ອງຈາກຫິມະເກາະຕິດຫົນທາງ ເຮັດໃຫ້ທາງມື່ນ, ນອກຈາກນີ້ ຫິມິຕົກໜັກອາດເຮັດໃຫ້ການສັນຈອນບາງປະເພດ ແລະ ບາງເສັ້ນທາງຢຸດສະງັກ, ຂະນະດຽວກັນ ກໍມີການປະກາດເຕືອນຄວາມເປັນໄປໄດ້ທີ່ອາກຈະເກີດກະແສໄຟຟ້າດັບ ລວມໄປເຖິງຫິມະຖະຫລົ່ມໃນບາງພື້ນທີ່ ໂດຍສະເພາະໃນພື້ນທີ່ ໂນຄຸຣິຄຸ ແລະ ແຂວງ ນິງາຕະ ພ້ອມທັງເຕືອນປະຊາຊົນຫລີກລ່ຽງການເດີນທາງອອກຈາກເຮືອນໂດຍບໍ່ຈຳເປັນໃນໄລຍະນີ້.

ມີລາຍງານໃນວັນພະຫັດ ທີ່ຜ່ານມາ ໃນເມືອງນັນໂຕະ ແຂວງ ໂທຍາມະ ມີຫິມະຕົກສະສົມໃນເວລາພຽງ 3 ຊົ່ວໂມງ ຢູ່ທີ 20 ຊັງຕີແມັດ, ຂະນະທີ່ໃນບາງພື້ນທີ່ຖືກປົກຄຸມໄປດ້ວຍຫິມະທີ່ໜາຢູ່ແລ້ວ.