ວັນທີ 21 ທັນວາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ສຸທິນ ຄລັງແສງ ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ, ປະທານ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປໄທ-ລາວ ( GBC) ພ້ອມຄະນະ, ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ຄັ້ງທີ 28.
ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ພ້ອມທັງຕີລາຄາສູງ ທ່ານ ສຸທິນ ຄລັງແສງ ພ້ອມຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເຄີຍມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ນັບດີຍິ່ງໆຂຶ້ນ ໂດຍສະເພາະ ການພົວພັນຮ່ວມມື ລະຫວ່າງ ກະຊວງປ້ອງກັນປະເທດ ລາວ-ໄທ ໃນໄລຍະທີ່ຜ່ານມາ ໄດ້ມີການພົວພັນກັນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ອວຍພອນໃຫ້ການມາຢ້ຽມຢາມ ແລະ ການຈັດກອງປະຊຸມ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ຄັ້ງທີ 28 ຈົ່ງປະສົບຜົນສໍາເລັດ.
ໃນໂອກາດດຽວກັນ, ທ່ານ ສຸທິນ ຄລັງແສງ ໄດ້ຕາງໜ້າຄະນະ ສະແດງຄວາມຂອບໃຈ ຕໍ່ທ່ານນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງຖືໂອກາດນີ້, ແຈ້ງຈຸດປະສົ່ງໂດຍຫຍໍ້ ຂອງການເດີ່ນທາງມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ໃຫ້ທ່ານນາຍົກລັດຖະມົນຕີຮັບຊາບ.