ໄຟເຊີ-ໄບໂອເອັນເທກ ຟ້ອງໂປໂລຍ-ຮົງກາລີ ສາເຫດຕິດໜີ້ວັກຊີນໂຄວິດ-19

ບໍລິສັດ ໄຟເຊີ ຂອງອາເມລິກາ ແລະ ບໍລິສັດ ໄບໂອເອັນເທກ ຂອງເຢຍລະມັນ ຮ່ວມກັນຟ້ອງຮ້ອງລັດຖະບານຂອງໂປໂລຍກັບຮົງກາລີ ໂດຍກ່າວຫາວ່າ: ທັງສອງປະເທດບໍ່ສາມາດຊໍາລະຄ່າວັກຊີນທີ່ສັ່ງຊື້ ລະຫວ່າງການລະບາດຂອງພະຍາດໂຄວິດ-19 ໄດ້.

ວັນທີ 21 ທັນວາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ເນື່ອງຈາກໂປໂລຍ ແລະ ຮົງກາລີ ສັ່ງຊື້ວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນ ຜ່ານໂຄງການຈັດຊື້ຮ່ວມກັນ ນັ້ນຈຶ່ງເຮັດໃຫ້ສອງບໍລິສັດຢາ ຍື່ນຄໍາຟ້ອງດໍາເນີນຄະດີນໍາທັງສອງປະເທດຕໍ່ສານຢູ່ແບນຊິກ.

ຕາມຂໍ້ມູນຂອງສໍານັກງານກົດໝາຍ ທີ່ເປັນຕົວແທນຂອງໂປໂລຍໃນຄະດີນີ້, ບໍລິສັດໄຟເຊີ ແລະ ໄບເອັນເທກ ຮຽກຮ້ອງໃຫ້ລັດຖະບານວໍຊໍ ຊໍາລະໜີ້ 5.600 ລ້ານຊໍຕື.

ຂະນະດຽວກັນ, ຮົງກາລີຖືກກ່າວຫາວ່າລະເມີດສັນຍາ ແລະ ລັດຖະບານ ປູດາເປສ ຕ້ອງຜະເຊີນການຮຽກຮ້ອງເງິນຈໍານວນ 60 ລ້ານເອີໂຣ ສໍາລັບວັກຊີນ 3 ລ້ານໂດສ ເຊິ່ງໄຟເຊີຢືນຢັນວ່າ: ຄະດີດັ່ງກ່າວຢູ່ລະຫວ່າງການດໍາເນີນ ແຕ່ຍັງບໍ່ລະບຸເຖິງຈໍານວນເງິນລວມທີ່ຕ້ອງການ