ປີ 2023 ຂະແໜງການພະລັງງານ ແລະ ບໍ່ແຮ່ ບັນລຸມູນຄ່າການຜະລິດໄດ້ເກືອບ 90.000 ຕື້ກີບ

ໃນໄລຍະ 1 ປີຜ່ານມາ ຂະແໜງການພະລັງງານ ແລະ ບໍ່ແຮ່ສາມາດບັນລຸມູນຄ່າການຜະລິດໄດ້ເກືອບ 90.000 ຕື້ກີບ ທຽບໃສ່ໄລຍະດຽວຂອງປີຜ່ານມາ ເພີີ່ມຂຶ້ນ 27%; ໃນນັ້ນ: ຂະແໜງພະລັງງານໄຟຟ້າ ປະຕິບັດໄດ້ 58. 000 ຕື້ກວ່າກີບ ເພີ່ມຂຶ້ນ 29%; ຂະແໜງບໍ່ແຮ່: ປະຕິບັດໄດ້ຫລາຍກວ່າ 31.000 ຕື້ກີບ ເພີ່ມຂຶ້ນ 22%.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານໃນກອງປະຊຸມປະຈໍາປີ 2023 ຂອງຂະແໜງພະລັງງານ ແລະ ບໍ່ແຮ່ທົ່ວປະເທດ ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 21 ທັນວາ 2023ວ່າ: ນອກຈາກນັ້ນແລ້ວ ໃນໄລຍະ 1 ປີທີ່ຜ່ານມາ ຂະແໜງພະລັງງານ ແລະ ບໍ່ແຮ່,ໄດ້ເປັນເຈົ້າການ, ຕັ້ງໜ້າບຸກບືນສູ້ຊົນຂອງຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງຂະແໜງການ ເຮັດໃຫ້ຂະແໜງການໄດ້ຮັບການພັດທະນາ ແລະ ມີບາດກ້າວຂະຫຍາຍຕົວຢ່າງແຂງແຮງ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ.

อาจเป็นรูปภาพของ โทรทัศน์ และ ข้อความ

ປີ 2023 ແມ່ນປີທີສາມຂອງການສະຫລຸບຕີລາຄາປະເມີນຄືນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX (2021-2025) ຂອງລັດຖະບານກໍຄື ແຜນພັດທະນາຂະແໜງ ພະລັງງານ ແລະ ບໍ່ແຮ່ 5 ປີຄັ້ງທີ IX (2021-2025) ແລະ ວຽກຈຸດສຸມ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງໄດ້ຖືເອົາວຽກພະລັງງານເປັນບູລິມະສິດ ແລະ ວຽກງານບໍ່ແຮ່ເປັນສໍາຄັນນໍາໃຊ້ ແລະ ພັດທະນາຊັບພະຍາກອນໃຫ້ມີປະສິດທິຜົນຕາມທິດຍືນຍົງ, ສ້າງທຸກເງື່ອນໄຂໃນການສະໜອງພະລັງງານຮັບໃຊ້ພາຍໃນໃຫ້ໝັ້ນຄົງ ຕິດພັນກັບການເຊື່ອມໂຍງລະບົບສູ່ລະບົບ ກັບບັນດາປະເທດໃກ້ຄຽງ ແລະ ຈໍາໜ່າຍຜະລິດຕະພັນແຮ່ທາດກັບພາກພື້ນ ແລະ ສາກົນ, ສົົ່ງເສີມການນໍາໃຊ້ພະລັງງານໃຫ້ມີປະສິດທິຜົນ ຄຽງຄູ່ກັບການປົກປັກຮັກສາພັດທະນາຟື້ນຟູສິ່ງແວດລ້ອມ-ສັງຄົມ ທັງຍົກສູງຄວາມຮັບຜິດຊອບການຈັດຕັ້ງປະຕິບັດປະກອບສ່ວນຢ່າງເຕັມຂີດຄວາມສາມາດເຮັດໃຫ້ແນວທາງຂອງພັກ ແລະ ແຜນງານຂອງລັດບັນລຸເປົ້າໝາຍ.