ປະທານປະເທດ ສົ່ງສານສະແດງຄວາມເຫັນໃຈ ເຖິງ ທ່ານ ສີ ຈິ້ນຜິງ ຕໍ່ເຫດການແຜ່ນດິນໄຫວຮຸນແຮງຢູ່ ສປ ຈີນ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ທ່ານ ສີ ຈິ້ນຜິງ  ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ ນະຄອນຫລວງປັກກິ່ງ ເຊິ່ງມີເນື້ອໃນດັ່ງນີ້:
ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າສະຫລົດໃຈວ່າ ໃນທ່ຽງຄືນຂອງວັນທີ 18 ທັນວາ 2023 ໄດ້ເກີດເຫດການແຜ່ນດິນໄຫວຮຸນແຮງ ຢູ່ເມືອງຈີ່ສືຊານ, ແຂວງກ່ານຊູ້ ແລະ ເມືອງຫາຍຕົ່ງ ແຂວງຊິງຮາຍ ຂອງ ສປ ຈີນ ອັນໄດ້ສົ່ງຜົນກະທົບເປັນວົງກວ້າງ ແລະ ສ້າງຄວາມເສຍຫາຍອັນໃຫຍ່ຫລວງຕໍ່ຊິວິດ ແລະ ຊັບສິນຂອງປະຊາຊົນຈີນ ລວມທັງພື້ນຖານໂຄງລ່າງຈຳນວນໜຶ່ງ ໃນເຂດດັ່ງກ່າວ.
ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ໂດຍສະເພາະຄອບຄົວຜູ້ປະສົບເຄາະຮ້າຍໃນຄັ້ງນີ້ດ້ວຍ.
ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການຊີ້ນໍາ ນໍາພາ ຢ່າງໃກ້ຊິດ ແລະ ດ້ວຍຄວາມເອົາໃຈໃສ່ຊ່ວຍເຫລືອ ຂອງບັນດາສະຫາຍການນຳຂັ້ນສູນກາງ ກໍຄື ອໍານາດການປົກຄອງທ້ອງຖິ່ນ, ສປ ຈີນ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ສາມາດຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.