ປະທານປະເທດ ເນັ້ນໃຫ້ຂະແໜງການເງິນ ຕ້ອງແກ້ໄຂບັນຫາຫຍໍ້ທໍ້ໃຫ້ຂາດຕົວ ແລະ ສ້າງຄວາມໂປ່ງໄສ, ມີວິໄນ ເກັບເງິນໃຫ້ຄົບຖ້ວນເຂົ້າລະບົບ

ວັນທີ 19 ທັນວາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ເຂົ້າຮ່ວມກອງປະຊຸມສະຫລຸບວຽກງານການເງິນປະຈຳ 2023 ແລະ ທິດທາງແຜນການປີ 2024, ທ່ານໄດ້ເນັ້ນໃຫ້ຂະແໜງການເງິນເອົາໃຈໃສ່ຫລາຍບັນຫາສຳຄົນທີ່ຕິດພັນກັບວຽກງານວິຊາສະເພາະໃນແຕ່ລະຂະແໜງການ ເປັນຕົ້ນ ຕ້ອງປະກອບແນວຄິດການເມືອງໃຫ້ພະນັກງານ ທີ່ເຮັດວຽກການເງິນໃຫ້ມີຄວາມຈົງຮັກພັກດີ, ມີຈັນຍາບັນ-ຈັນຍາທຳ, ມີຄວາມຊື່ສັດບໍລິສຸດຕໍ່ວິຊາຊີບ, ປະຕິບັດວິໄນແຜນການ-ການເງິນຢ່າງເຄັ່ງຄັດ, ຕ້ອງສືບຕໍ່ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃນຂະແໜງການເງິນໃຫ້ຂາດຕົວ, ເຂັ້ມງວດ ແລະ ເດັດຂາດ; ສືບຕໍ່ປັບປຸງ ແລະ ເຮັດໃຫ້ກົງຈັກຂະແໜງການເງິນກະທັດຮັດ, ສົມເຫດສົມຜົນ ແລະ ແກ້ໄຂວຽກງານວ່ອງໄວ ແລະ ມີປະສິດທິຜົນ ແລະ ຖືກຕ້ອງຕາມກົດໝາຍ, ປະຢັດງົບປະມານ ແລະ ປະຢັດເວລາ, ສົ່ງເສີມໃຫ້ພະນັກງານມີຫົວຄິດປະດິດສ້າງ, ມີແນວຄິດກ້າວໜ້າ, ແຂ່ງຂັນໃນການສ້າງຜົນງານປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງຟົດຟື້ນ ແລະ ເພີ່ມທະວີຄວາມເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກດ້ານ.
ເພີ່ມທະວີຄວາມເປັນເຈົ້າການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ ໃນຕໍ່ໜ້ານີ້, ຂະແໜງການເງິນ ຕ້ອງຍູ້ແຮງການຈັດຕັ້ງປະຕິບັດ ວິໄນແຜນການ-ການເງິນໃຫ້ມີຫລາຍບົດຮຽນ ທັງບົດຮຽນທີ່ໄດ້ຮັບໄຊຊະນະ ແລະ ທັງປະລາໄຊ ໃນການຄຸ້ມຄອງການເງິນ-ວິໄນການເງິນ, ສຸມໃສ່ສືບຕໍ່ປັບປຸງກົນໄກ ການຫັນເປັນທັນສະໄໝ ແລະ ການບັງຄັບໃຊ້ກົດໝາຍ ເພື່ອການສະກັດກັ້ນການຮົ່ວໄຫລຂອງງົບປະມານ, ເພີ່ມລາຍຮັບໃຫ້ສູງຂຶ້ນສົມຄູ່ກັບການເຕີບໂຕຂອງເສດຖະກິດ, ຄຸ້ມຄອງ ແລະ ປະຕິບັດລາຍຈ່າຍຢ່າງມີຈຸດສຸມ, ມີປະສິດທິຜົນສູງ ແລະ ປະຢັດມັດທະຍັດ, ໃຫ້ມີສ່ວນເຫລືອແຮໄວ້ ຊຳລະໜີ້ສິນຕາມຍຸດທະສາດ ແລະ ແຜນໄລຍະກາງທີ່ກຳນົດໄວ້ ກໍຄື ການສ້າງຄັງສະສົມແຫ່ງລັດໃຫ້ຫລາຍຂຶ້ນເລື້ອຍໆ; ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການໃນການຄຸ້ມຄອງເສດຖະກິດມະຫາພາກ ດ້ານການເງິນ, ເງິນຕາ ເພື່ອສ້າງຄວາມໝັ້ນທ່ຽງ, ຮັບປະກັນສະ ຖຽນລະພາບໃຫ້ເສດຖະກິດແຫ່ງຊາດ ສິ່ງສຳຄັນໃນສະເພາະໜ້າແກ້ໄຂອັດຕາເງິນເຟີ້,ເຮັດໃຫ້ອັດຕາແລກປ່ຽນເງິນກີບທຽບໃສ່ສະກຸນເງິນຫລັກຫລຸດລົງ ຫລື ເຮັດໃຫ້ເງິນກີບແຂງຄ່າຂຶ້ນ,ສ້າງກົນໄກໃນການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອເພີ່ມຄັງສຳຮອງເງິນຕາຕ່າງປະເທດ.
ສືບຕໍ່ສຸມໃສ່ການພັດທະນາ, ຍົກລະດັບລະບົບຄຸ້ມຄອງງົບປະມານແຫ່ງລັດ ກ້າວເປັນດີຈິຕອນເທື່ອລະກ້າວ ເປັນຕົ້ນ ລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍ, ລະບົບຊຳລະສະສາງໃຫ້ລວມສູນ, ລະບົບພື້ນ ຖານໂຄງລ່າງເຄືອຂ່າຍ, ຖານຂໍ້ມູນ, ເຊື່ອມຕໍ່ແລກປ່ຽນ, ວິເຄາະ-ວິໄຈຂໍ້ມູນ ກັບຂະແໜງ ການກ່ຽວ ຂ້ອງ, ປັບປຸງກົນໄກ ຂັ້ນຕອນການເຮັດວຽກ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຊິ່ງການຫັນເປັນທັນສະໄໝການນຳໃຊ້ດີຈິຕອນ ເຂົ້າໃນການຄຸ້ມຄອງງົບປະມານ-ເງິນຕາ ແມ່ນຄວາມຈຳເປັນພາວະວິໄສ ເຊິ່ງເປັນໄປຕາມທ່າອ່ຽງຂອງຍຸກສະໄໝແນໃສ່ແກ້ໄຂບັນຫາ, ສ້າງຄວາມໂປ່ງໄສ, ມີວິໄນ, ເກັບໃຫ້ ໝົດ-ເກັບໃຫ້ຄົບຖ້ວນ-ເກັບໃຫ້ເຂົ້າລະບົບ (ງົບປະມານ) ແລະ ຄຸ້ມຄອງລາຍຈ່າຍງົບປະມານໃຫ້ເຂັ້ມງວດ ແລະ ຮັດກຸມ; ມອບໃຫ້ລັດຖະບານ, ບັນດາກະຊວງ, ອົງການປົກຄອງ-ທ້ອງຖິ່ນທຸກຂັ້ນ ຕ້ອງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ, ມີຄວາມເປັນເອກະພາບ ແລະ ຕັດສິນໃຈສູງ ສຸມໃສ່ຂຸດຄົ້ນທຸກທ່າແຮງບົ່ມຊ້ອນ ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຂະຫຍາຍຖານເກັບລາຍຮັບໃຫ້ນັບມື້ນັບຫລາຍຂຶ້ນ, ຂຸດຄົ້ນແຫລ່ງລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ມີປະສິດທິຜົນ.

