3 ປີຜ່ານມາ ດ່ານສາກົນ ວັງເຕົ່າ ສາມາດສະກັດກັ້ນຄົນລັກລອບເຂົ້າເມືອງ ຫລາຍກວ່າ 11.000 ຄົນ

ພັທ ດໍາລົງ ບຸດສາຄອນ ຫົວໜ້າຕໍາຫລວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນວັງເຕົ່າ ແຂວງ ຈໍາປາສັກ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ວ່າ: ນັບແຕ່ປີ 2021-2023 ຕໍາຫລວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານສາກົນວັງເຕົ່າ ສາມາດກັກຕົວຜູ້ຖືກຫາທີ່ມີການລັກລອບຂົນສົ່ງຢາເສບຕິດໄດ້ 6 ຄົນ, ຢຶດຂອງກາງຢາບ້າ 623 ເມັດ, ໃບກະທອມ 46 ກິໂລກຣາມ, ພ້ອມນີ້ຍັງໄດ້ສະກັດກັ້ນບຸກຄົນທີ່ລັກລອບເຂົ້າເມືອງ ຈໍານວນ 11.760 ຄົນ, ຍິງ 5.584 ຄົນ ໂດຍໄດ້ເກັບກໍາຂໍ້ມູນ ແລະ ສົ່ງກັບບ້ານທັງໝົດ, ກັກຕົວຜູ້ລັກລອບເອົາຄົນເຂົ້າຂ້າມແດນໃນຂໍ້ຫາການຄ້າມະນຸດໄດ້ 18 ຄົນ, ຍິງ 5 ຄົນ, ກັກຕົວເປົ້າໝາຍນໍາເຂົ້າລົດບໍ່ຖືກຕ້ອງຈໍານວນ 5 ຄົນ, ຍິງ 1 ຄົນ, ໄດ້ມອບ-ສົ່ງ ຕົວຜູ້ຖືກຫາ ໃຫ້ເຈົ້າໜ້າທີ່ຕໍາຫລວດກວດຄົນເຂົ້າ-ອອກເມືອງ ປະເທດໄທ 35 ຄົນ, ຍິງ 8 ຄົນ.
ສຳລັບວຽກງານຕໍ່ໜ້າຈະສືບຕໍ່ໃນການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນເຂັ້ມງວດການກວດກາຄົນ ແລະ ພາຫະນະທີ່ເຂົ້າ-ອອກ ຜ່ານດ່ານສາກົນວັງເຕົ່າ ເພື່ອສະກັດກັ້ນບໍ່ໃຫ້ມີການລັກລອບຂົນສົ່ງຢາເສບຕິດ ແລະ ສິ່ງທີ່ຜິດກົດໝາຍ ອື່ນໆ ເຂົ້າມາທາງແຂວງຈໍາປາສັກ ກໍຄື ປະເທດລາວຢ່າງເດັດຂາດ.

