ໄມໂຄຊອບເປີດໂຕໂນ໊ດບຸກ Windows 10 S ຈາກ HP, Acer, Lenovo V330

ໄມໂຄຊອບເປີດໂຕໂນ໊ດບຸກ Windows 10 S ຈາກຍີ່ຫໍ້ຕ່າງໆ ພ້ອມກັນທັງ 4 ແບບ 4 ຮຸ່ນ ໄດ້ແກ່ HP Stream 14 Pro, Acer Aspire 1, Acer Swift 1 ແລະ Lenovo V330 ເຊິ່ງເປັນໂນ໊ດບຸກທີ່

ອອກມາເຈາະກຸ່ມຄົນເຮັດວຽກທີ່ເນັ້ນລາຄາປະຢັດ ແລະ ໃຊ້ງານງ່າຍດ້ວຍຟີເຈີພື້ນຖານຂອງ Windows 10 ສໍາລັບລາຍລະອຽດລາຄາ ແລະ ວັນວາງຈໍາໜ່າຍຂອງແຕ່ລະຮຸ່ນມີດັ່ງນີ້:
HP Stream 14 Pro: ໜ້າຈໍ 14 ນິ້ວ, ວາງຈໍາໜ່າຍໃນເດືອນຕຸລານີ້ ໃນລາຄາ 9.500 ບາດ
Acer Aspire 1: ໜ້າຈໍ 14 ນິ້ວ, ວາງຈໍາໜ່າຍທ້າຍປີ 2017 ໃນລາຄາ 10.000 ບາດ
Acer Swift 1: ໜ້າຈໍ 13 ນິ້ວ, ວາງຈໍາໜ່າຍທ້າຍປີນີ້ໃນລາຄາ 12.000 ບາດ
Lenovo V330: ໜ້າຈໍ 14 ນິ້ວ, ວາງຈໍາໜ່າຍເດືອນກຸມພາ 2018 ໃນລາຄາ 12.000 ບາດ

